Home ຂ່າວໜ້າໜຶ່ງ ລາວ ເປັນເຈົ້່າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ

ລາວ ເປັນເຈົ້່າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ

0

ໃນວັນທີ 12 ສິງຫາ 2024 ນີ້, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມ ວັດທະ ນະທຳ-ສັງຄົມ ອາຊຽນ ຮ່ວມກັບ ສະມາຊິກລັດຖະສະພາອາຊຽນ ຢູ່ ນະຄອນຫລວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ, ສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນ, ສະມາຊິກລັດຖະສະພາ ແມ່ຍິງ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ເເລັດສະເຕ, ພ້ອມດ້ວຍ ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາ ຫົວໜ້າຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນວ່າ: ກອງປະຊຸມ ໃນຄັ້ງນີ້, ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ໃນຫລາຍບັນຫາ, ຫລາຍຂົງເຂດທີ່ສໍາຄັນ ເພື່ອຮ່ວມກັນພັດທະນາຍຸດທະສາດໃດ ທີ່ມີທ່າແຮງໃນການເພີ່ມທະວີການສ້າງນະໂຍບາຍ ຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ເພື່ອເສີມຂະຫຍາຍບັນດາກົນໄກນິຕິ ບັນຍັດ ທີ່ມີຢູ່ແລ້ວ ແລະ ກຳນົດກາລະໂອກາດ ທີ່ມີຄວາມເປັນໄປໄດ້ ໃນການຮ່ວມມືກັບລັດຖະສະພາ ແລະ ຜັນຂະຫຍາຍບົດບາດຂອງ ສະພາລະຫວ່າງຊາດອາຊຽນ ທີ່ສາມາດ ໃຫ້ການສະໜັບສະໜູນ ແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025. ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເພື່ອປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຫລັງປີ 2025 ເຊິ່ງໃນໄລຍະຜ່ານມາ ໜ່ວຍງານພັດທະນາເອກະສານດັ່ງກ່າວ, ໄດ້ມີການປະຊຸມຮ່ວມກັບບັນດາສູນ ແລະ ອົງການກ່ຽວຂ້ອງຂອງອາຊຽນ, ຍັງໄດ້ສະແດງຄວາມບັນດາຂະແໜງການ ພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ບັນດານັກຄົ້ນຄວ້າ, ສະຖາບັນຄົ້ນຄວ້າຕ່າງໆ ແລະ ບັນດາອົງການຈັດຕັ້ງທາງສັງຄົມ. ຢ່າງໃດກໍຕາມ ສປປ ລາວ ໄດ້ປະກອບສ່ວນເຂົ້າໃນການສ້າງວິໄສທັດ ປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຕ່າງໆ ເຊິ່ງໃນຕົ້ນປີນີ້, ໜ່ວຍງານພັດທະນາ ແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ໄດ້ຖືກສ້າງຕັ້ງຂຶ້ນເພື່ອປະຕິບັດໜ້າທີ່ຂອງຕົນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ກ່າວອີກວ່າ: ອີງຕາມວິໄສທັດປະຊາຄົມອາຊຽນ ປີ 2045 ທີ່ຖືກຮັບຮອງຈາກຜູ້ນຳອາຊຽນ ເປັນພື້ນຖານໃຫ້ພາກພື້ນອາຊຽນ ມີຄວາມເຂັ້ມແຂງ, ມີນະວັດຕະກຳໃໝ່, ແຂງແກ່ນ ແລະ ປະຊາຊົນເປັນແກນກາງ. ຈາກປະຊາຄົມວັດທະນະທຳ-ສັງຄົມອາຊຽນ ກາຍເປັນຂົງເຂດຍຸດທະສາດຫລັກ ແລະ ເປັນຕົວຊີ້ວັດຍຸດທະສາດ ທີ່ສາມາດຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕົວຈິງ ເພື່ອການພັດທະນາຊັບພະ ຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ. ທັງນີ້, ກໍເພື່ອເພີ່ມທະວີການພົວພັນຮ່ວມມື ໃຫ້ກ້າວໄປສູ່ຈຸດ ປະສົງເປົ້າໝາຍ ຂອງປະຊາຄົມພວກເຮົາ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version