Home ຂ່າວພາຍໃນ ເປີດນຳໃຊ້ຫ້ອງທົດລອງລະບົບຕິດຕາມເຕືອນໄພພິບັດແຜ່ນດິນໄຫວ

ເປີດນຳໃຊ້ຫ້ອງທົດລອງລະບົບຕິດຕາມເຕືອນໄພພິບັດແຜ່ນດິນໄຫວ

0

ພິທີເປີດນຳໃຊ້ຫ້ອງທົດລອງສູນການນໍາໃຊ້ລະບົບຕິດຕາມ ເຕືອນໄພພິບັດແຜ່ນດິນໄຫວ ຊຶ່ງເປັນການຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສະຖາບັນທໍລະນີຟີຊິກ, ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ ນີ້ ທີ່ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ (ຫຼັກ 3) ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ເຈົາ ວັນ ມິງ ກຳມະການສູນກາງພັກ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ທ່ານ ປະລິຕະ ແສງຈັນທຣ໌ ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ໄດ້ກ່າວວ່າ: ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ແລະ ສະຖາບັນທໍລະນີຟີຊິກ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໃນການຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະເຂົ້າໃນການເຝົ້າລະວັງ ແລະ ເຕືອນໄພພິດບັດແຜ່ນດິນໄຫວ ຄັ້ງວັນທີ 28 ພຶດສະພາ 2023 ຜ່ານມາ ພ້ອມນັ້ນ, ຍັງໄດ້ຮ່ວມກັນຮ່າງບົດໂຄງການສ້າງສູນຂໍ້ມູນ ແລະ ການສື່ສານໄພພິບັດ ຢູ່ ສປປ ລາວ ເພື່ອສະເໜີຂໍທຶນຊ່ວຍເຫຼືອຈາກ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດ. ໃນເບື້ອງຕົ້ນໄດ້ເລີ່ມປັບປຸງ, ຕິດຕັ້ງອຸປະກອນຕ່າງໆ ເລີ່ມແຕ່ວັນທີ 26 ສິງຫາ 2023 ເຖິງ ວັນທີ 4 ສິງຫາ 2024 ຈຶ່ງສຳເລັດ; ຫ້ອງລົດລອງດັ່ງກ່າວມີເນື້ອທີ່ປະມານ 50 ມ2 ປະກອບມີຈໍສະແດງຜົນ ຈຳນວນ 4 ໜ່ວຍ, ຄອມພິວເຕີ 2 ໜ່ວຍ ແລະ ອຸປະກອນໄອທີຈຳນວນໜຶ່ງ ທີ່ນຳໃຊ້ເຂົ້າໃນການຕິດຕາມເຝົ້າລະວັງ ສະພາບແຜນດິນໄຫວແບບທັນການ ໃນເບື້ອງຕົ້ນແມ່ນຈະມີການເຊື່ອມຕໍ່ຂໍ້ມູນຈາກເຊັນເຊີ ທີ່ຕິດຕັ້ງຢູ່ສະຖານີວັດແທກຂອງ ສສ ຫວຽດນາມ ແລະ ໃນອະນາຄົດອັນໃກ້ນີ້ ແມ່ນຈະມີແຜນທົດລອງຕິດຕັ້ງສະຖານີວັດແທກຢູ່ 3 ແຂວງ ໃນ ສປປ ລາວ ຊຶ່ງໂຄງການດັ່ງກ່າວນີ້ຖືເປັນຈຸດເລີ່ມຕົ້ນ ໃນການສ້າງລະບົບເຄືອຂ່າຍທໍລະນີຟີຊິກ ຢູ່ພາຍໃນປະເທດ ແລະ ເຊື່ອມຕໍ່ຂໍ້ມູນກັບເຄືອຂ່າຍສະຖານີທໍລະນີຟີຊິກຈຳນວນໜຶ່ງ ໃນຫວຽດນາມ, ໄທ ແລະ ອາຊີຕາເວັນອອກສຽງໃຕ້.

ຂ່າວ-ພາບ: ກຕສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version