Home ຂ່າວພາຍໃນ ສະພາປະຊາຊົນແຂວງ ຜົ້ງສາລີ ແລະ ແຂວງດຽນບ່ຽນ ພົບປະແລກປ່ຽນບົດຮຽນຮ່ວມກັນ

ສະພາປະຊາຊົນແຂວງ ຜົ້ງສາລີ ແລະ ແຂວງດຽນບ່ຽນ ພົບປະແລກປ່ຽນບົດຮຽນຮ່ວມກັນ

0

ຕອນເຊົ້າວັນທີ 6 ສິງຫານີ້, ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ (ສພຂ) ຜົ້ງສາລີ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະພາປະຊາຊົນແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ຄະນະຜູ້ແທນສະພາປະຊາຊົນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ຂຶ້ນຢ່າງເປັນທາງການ ຊຶ່ງຝ່າຍແຂວງຜົ້ງສາລີ ນຳໂດຍທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ພ້ອມດ້ວຍຄະນະ ແລະ ຝ່າຍແຂວງດຽນບ່ຽນນຳໂດຍ ທ່ານ ລໍ ວັນ ເຟື່ອງ ກຳມະການປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງດຽນບ່ຽນ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ທອງສີ ເສົາສຸລິພົມ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ຂອງຄະນະຜູ້ແທນສະພາປະຊາຊົນແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ ຊຶ່ງເປັນການເສີມຂະຫຍາຍມູນເຊື້ອ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ລະຫວ່າງ ແຂວງຜົ້ງສາລີ ກັບແຂວງດຽນບ່ຽນ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດນີ້ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ກັນຊາບ, ພ້ອມທັງແລກປ່ຽນບົດຮຽນວຽກງານສະພາປະຊາຊົນແຂວງ ຊຶ່ງໄດ້ນຳສະເໜີເນື້ອໃນ ແລະ ບົດຮຽນ, ປະສົບການ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມຂອບເຂດສິດ ແລະ ໜ້າທີ່ທີ່ກົດໝາຍກຳນົດໄວ້ ພ້ອມທັງປະກອບຄຳຄິດ, ຄຳເຫັນ ຕໍ່ວຽກງານຕ່າງໆ ຢ່າງກົງໄປ-ກົງມາ, ສ້າງສັນ ເປັນເອກະພາບ ບົນພື້ນຖານຄວາມສາມັນຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນວຽກງານການຄົ້ນຄວ້າ, ພິຈາລະນາຮັບຮອງເອົາ ດ້ານນິຕິກຳ, ການຕົກລົງບັນຫາທີ່ສຳຄັນຂອງທ້ອງຖິ່ນ, ແລະ ການຕິດຕາມກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ກຳນົດໄວ້ໃນກົດໝາຍຄືບັນຫາການລົງທຶນຂອງພາກລັດ, ເອກະຊົນ ແລະ ການແກ້ໄຂບັນດາຄໍາສະເໜີຂອງພົນລະເມືອງ ແລະ ວຽກງານໂຄງປະກອບບຸກຄະລາກອນຂອງສະພາປະຊາຊົນແຂວງ ແນໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ. ນອກຈາກນັ້ນ; ປະທານສະພາປະຊາຊົນແຂວງຜົ້ງສາລີ ຍັງໄດ້ສະເໜີໃຫ້ຄະນະຜູ້ແທນທັງສອງຝ່າຍ ສືບຕໍ່ພົບປະແລກປ່ຽນບົດຮຽນ ສອງປີຕໍ່ຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບ; ຊີ້ນຳບັນດາຄະນະກຳມະການ ແລະ ຄະນະເລຂາທິການ (ຫ້ອງວ່າການ) ສະພາປະຊາຊົນສອງແຂວງ ໃຫ້ມີການພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຫັນວ່າມີຄວາມຈໍາເປັນ; ສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນກ່ວາເກົ່າ.

ພາບ-ຂ່າວ: ແສງຄຳ ສາລີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version