Home ຂ່າວໜ້າໜຶ່ງ ກອງປະຊຸມສະພາທີ່ປຶກສາ ໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7

ກອງປະຊຸມສະພາທີ່ປຶກສາ ໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7

0

ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມສະພາທີ່ປຶກສາ ໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດ ຢ່າງເປັນຮູບປະທໍາ” ໃນວັນທີ 7 ສິງ ຫາ 2024 ຢູ່ແຂວງຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ຕາງໜ້າປະທານກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45, ມີ ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າ ແຂວງຫລວງພະບາງ, ທ່ານ ນາງ ອາສິຕີ ໂຣໄຊເມີຣີຢັນຕີ ດາໂຕະ ຮາຈິ ອັບດຸນຣາມານ ເລຂາທິການໃຫຍ່ ໄອປາ, ມີບັນດາປະເທດສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄື: ບຣູໄນ, ກໍາປູເຈຍ, ມາເລເຊຍ, ອິນໂດເນເຊຍ, ຟິລິປິນ, ສິງກະ ໂປ, ໄທ, ຫວຽດນາມ ແລະ ຕາງໜ້າຈາກ ລັດຖະສະພາມຽນມາ, ເລຂາທິການໃຫຍ່ໄອປາ ແລະ ກອງເລຂາໄອປາ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເຊັ່ນ: ASOD ແລະ ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ (UNODC) ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອປະຕິບັດແນວ ທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ຮັດແໜ້ນຄວາມສາມັກຄີລະຫວ່າງ ສປປ ລາວ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ.

ທ່ານ ຄຳໃບ ດຳລັດ ໄດ້ມີຄຳເຫັນເປີດກອງປະຊຸມ ໂດຍໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຮ່ວມມືໃນກອບອາຊຽນ ແລະ ໄອປາ ໃນໄລຍະຜ່ານມາ, ທີ່ໄດ້ນໍາໃຊ້ກົນໄກ ແລະ ບັນດາມາດຕະການ ໃນການສະກັດກັ້ນ, ປາບປາມ, ຄວບຄຸມ, ແກ້ໄຂ ແລະ ທຳລາຍແຫລ່ງການຜະລິດ, ການປຸງແຕ່ງ, ການຄ້າຂາຍ, ການລັກລອບຂົນສົ່ງ ກໍຄື ການນຳໃຊ້ຢາເສບຕິດທີ່ຜິດກົດໝາຍ ເຮັດໃຫ້ບັນຫາຢາເສບຕິດຫລຸດຜ່ອນລົງພໍສົມຄວນ ເຊິ່ງຫລາຍປະເທດສະມາຊິກອາຊຽນ ກໍມີບົດຮຽນທີ່ດີໃນການປິ່ນປົວ, ບໍາບັດ ແລະ ຟື້ນຟູ ຜູ້ໄດ້ຮັບເຄາະຮ້າຍຈາກຢາເສບຕິດ ໃຫ້ກັບມາໃຊ້ຊີວິດເປັນປົກກະຕິໃນສັງຄົມ. ສຳ ລັບ ສປປ ລາວ ແມ່ນໄດ້ຖືເອົາວຽກງານການແກ້ໄຂບັນຫາຢາເສບຕິດ ເປັນວຽກງານສຳຄັນ ແລະ ສະ ພາແຫ່ງຊາດ ໄດ້ຮັບຮອງເອົາເປັນວາລະແຫ່ງຊາດ ມາແຕ່ປີ 2021. ຜ່ານການສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະປີ 2021-2023 ຜ່ານມາ, ສາມາດສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ຫລາຍກໍລະນີ. ດັ່ງນັ້ນ, ສປປ ລາວ ຈ່ຶ່ງໄດ້ຕົກລົງສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງດັ່ງກ່າວ ຕໍ່ໄປອີກໄລຍະປີ 2024-2025 ເພື່ອເຮັດໃຫ້ບັນຫາຢາເສບຕິດຫລຸດລົງເທື່ອລະກ້າວ.

ການເປັນເຈົ້າພາບ ຈັດກອງປະຊຸມໃນຄັ້ງນີ້, ຍັງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ກໍຄື ບົດບາດຂອງສະພາແຫ່ງຊາດ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ເປັນກາລະໂອກາດອັນດີໃນການໂຄສະນາແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ທັງເປັນການເຮັດສໍາເລັດຫນ້າທີ່ ແລະ ພັນທະຄວາມຮັບຜິດຊອບ ໃນຖານະທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ ເປັນສະມາຊິກສົມບູນຂອງອົງການສະມັດຊາ ລັດຖະສະພາລະຫວ່າງຊາດອາຊຽນ ແລະ ປະຕິບັດຕາມຮອບວຽນໃນການຜັດປ່ຽນເປັນເຈົ້າພາບ, ທັງເປັນການໂຄສະນາແຜນນະໂຍບາຍ, ລະບຽບກົດໝາຍ ແລະ ຍຸດທະສາດຂອງ ສປປ ລາວ ເພື່ອຕ້ານກັບບັນຫາຢາເສບຕິດ.

ຂ່າວ-ພາບ: ສພຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version