Home ຂ່າວຕ່າງປະເທດ ທ່ານ ສີຈິ້ນຜິງ ໃຫ້ຄຳຊີ້ນຳຕໍ່ວຽກງານການອະນຸລັກ, ສືບທອດ ແລະ ນຳໃຊ້ມໍລະດົກວັດທະນະທຳ

ທ່ານ ສີຈິ້ນຜິງ ໃຫ້ຄຳຊີ້ນຳຕໍ່ວຽກງານການອະນຸລັກ, ສືບທອດ ແລະ ນຳໃຊ້ມໍລະດົກວັດທະນະທຳ

0

ຂ່າວສານຂອງຊີອາໄອລາຍງານ ໃນວັນທີ 6 ກໍລະກົດ ຜ່ານມາວ່າ: ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານເພີ່ມທະວີການອະນຸລັກ, ສືບທອດ ແລະ ນຳໃຊ້ມໍລະດົກວັດທະນະທຳ ແລະ ທຳມະຊາດ, “ເສັ້ນໃຈກາງປັກກິ່ງ – ຜົນງານດີເດັ່ນແຫ່ງຄວາມເປັນລະບຽບຂອງນະຄອນຫຼວງໃນອຸດົມການຂອງຈີນ” ແລະ “ກຸ່ມໜອງທະເລຊາຍ ແລະ ພູຊາຍປ່າຕ່ານຈີລິນ”, “ຈຸດຖິ່ນຖານບ່ອນພັກອາໄສຂອງນົກຍ້າຍຖິ່ນຢູ່ທະເລຮວງໄຫ (ໂປໄຫ) ຈີນ ໄລຍະທີ 2” ໄດ້ຖືກຈັດເຂົ້າໃນ “ບັນຊີມໍລະດົກໂລກ” ຊຶ່ງມີຄວາມໝາຍທີ່ຕັ້ງໜ້າຕໍ່ການສ້າງຄວາມທັນສະໄໝແບບຈີນ ທີ່ອະລິຍະທຳດ້ານວັດຖຸ ແລະ ອະລິຍະທຳດ້ານຈິດໃຈປະສານສົມທົບກັນ, ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຕ້ອງອະນຸລັກສິ່ງລ້ຳຄ່າດ້ານວັດທະນະທຳ ແລະ ດ້ານທຳມະຊາດຂອງປະຊາຊາດຈີນໃຫ້ດີ, ເພີ່ມທະວີວຽກງານສືບທອດ ແລະ ນຳໃຊ້ມໍລະດົກວັດທະນະທຳ ແລະ ທຳມະຊາດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສາມາດເປັ່ງປະກາຍພະລັງຊີວິດໃໝ່ ແລະ ສີສັນໃໝ່ໃນຍຸກໃໝ່ອອກມາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ຊີວິດການເປັນຢູ່ອັນດີງາມຂອງປະຊາຊົນໄດ້ເປັນຢ່າງດີ ກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version