ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສປປ ລາວ ຮ່ວມກັບ ກົມແຜນການ ແລະ ການເງິນ, ກົມຊັບພະຍາກອນນໍ້າຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເຜີຍແຜ່ຜົນການຄົ້ນຄວ້າໃໝ່ ກ່ຽວກັບຄວາມບອບບາງ ແລະ ການປັບຕົວຕໍ່ກັບຄວາມບໍ່ໝັ້ນຄົງຂອງນ້ຳ ໃນຊຸມຊົນຢູ່ເຂດຊົນນະບົດຂອງ ສປປ ລາວ.
ສປປ ລາວ ກຳລັງປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງໃນການຮັບປະກັນຄວາມປອດໄພດ້ານນໍ້າ. ເຖິງວ່າຈະມີຊັບພະຍາກອນແຫຼ່ງນ້ໍາທີ່ອຸດົມສົມບູນກໍຕາມ, ແຕ່ປະເທດຊາດຍັງປະສົບກັບການແຈກຢາຍນ້ໍາທີ່ບໍ່ທົ່ວເຖິງ, ບວກກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ການຊ່ວຍເຫຼືອຂອງລັດຖະບານທີ່ຍັງຈໍາກັດ, ເຮັດໃຫ້ປະເທດຊາດຍັງມີຄວາມສ່ຽງຫຼາຍຕໍ່ຄວາມບໍ່ໝັ້ນຄົງດ້ານນ້ໍາ. ໂດຍສະເພາະຊຸມຊົນຢູ່ເຂດຊົນນະບົດ ທີ່ໄດ້ຮັບຜົນກະທົບ, ເປັນຕົ້ນແມ່ນການຂາດການເຂົ້າເຖິງນໍ້າສະອາດ ແລະ ການສູນເສຍຜົນຜະລິດກະສິກໍາ ແລະ ຊີວິດການເປັນຢູ່ທີ່ຍາກລຳບາກ.
ການຄົ້ນຄວ້າຫຼ້າສຸດທີ່ຜ່ານມາ ກ່ຽວກັບຄວາມບອບບາງດ້ານນໍ້າ ແລະ ການປັບຕົວ ຢູ່ ສປປ ລາວ, ຊຶ່ງດໍາເນີນການໂດຍຄະນະສາທາລະນະສຸກ, ມວສ, ນໍາໂດຍ ທ່ານ ຮສ. ດຮ. ນ. ວັນພະນອມ ສີຈະເລີນ ພ້ອມດ້ວຍທີມງານນັກຄົ້ນຄວ້າ ແລະ ການຮ່ວມມືກັບ ກົມແຜນການ-ການເງິນ ແລະ ກົມຊັບພະຍາກອນນໍ້າ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍຕໍ່ຄວາມບໍ່ໝັ້ນຄົງດ້ານນໍ້າຂອງປະເທດເຮົາດັ່ງນີ້: 1. ການປະຕິບັດຍຸດທະສາດ ແລະ ກົດໝາຍຊັບພະຍາກອນນ້ຳທີ່ຍັງບໍ່ເຂັ້ມງວດ; 2. ຂໍ້ຈຳກັດໃນການສື່ສານ ແລະ ການປະສານງານໃນຂະແໜງການຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງຊັບພະຍາກອນນໍ້າ ນັບຕັ້ງແຕ່ລະດັບສູນກາງ ຈົນເຖິງລະດັບທ້ອງຖິ່ນ; 3. ຄວາມຮູ້ທີ່ຍັງຈໍາກັດຂອງຊຸມຊົນທ້ອງຖິ່ນ ກ່ຽວກັບຍຸດທະສາດ ຫຼື ກົດໝາຍທີ່ກ່ຽວຂ້ອງກັບຊັບພະຍາກອນນ້ໍາ ແລະ ການຄຸ້ມຄອງ; 4. ໂຄງລ່າງພື້ນຖານດ້ານນ້ຳທີ່ຍັງອ່ອນດ້ອຍ ແລະ ງົບປະມານທີ່ຈຳກັດ ສຳລັບການຄຸ້ມຄອງນ້ຳໃນລະດັບທ້ອງຖິ່ນ.
ຜົນການຮ່ວມມືຄົ້ນຄວ້າໃນຄັ້ງນີ້, ຍັງໄດ້ສະເໜີແນວທາງຕໍ່ລັດຖະບານ ກໍຄືຕໍ່ກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ພິຈາລະນາແກ້ໄຂ-ປັບປຸງ ແລະ ເສີມຂະຫຍາຍ ເປັນຕົ້ນແມ່ນ: ຂັ້ນສູນກາງຕ້ອງສ້າງແຜນທີ່ພູມສັນຖານກ່ຽວກັບເຂດທີ່ມີຄວາມອ່ອນໄຫວ; ປັບປຸງກົນໄກການສົ່ງເສີມຍຸດທະສາດ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງນໍ້າ ແລະ ແຫຼ່ງນ້ຳ; ການເຝົ້າລະວັງ ແລະ ການຕິດຕາມປະລິມານນ້ໍາ ແລະ ຄຸນນະພາບ.
ສໍາລັບຂັ້ນແຂວງ ແລະ ເມືອງ ແມ່ນມີຄວາມຮຽກຮ້ອງຕ້ອງການຄື: ການສ້າງຄວາມອາດສາມາດໃນການປັບຕົວເພື່ອຮັບປະກັນຄວາມໝັ້ນຄົງຂອງນໍ້າ; ການພັດທະນາພື້ນຖານໂຄງລ່າງດ້ານນໍ້າ, ເຕັກໂນໂລຊີ ແລະ ອ່າງເກັບນໍ້າ; ການຕິດຕາມ ແລະ ຊຸກຍູ້ການປະຕິບັດການຄຸ້ມຄອງນໍ້າແບບຍືນຍົງ. ສ່ວນໃນລະດັບຊຸມຊົນ ຫຼາຍໝູ່ບ້ານຍັງຕ້ອງການ, ການຍົກລະດັບຄວາມສາມາດໃນການເກັບຮັກສານໍ້າ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການຊ່ວຍຕົນເອງຂອງທ້ອງຖິ່ນໃນຊຸມຊົນ.
ໂດຍລວມແລ້ວ, ປະເທດເຮົາຍັງຕ້ອງການຄວາມຮ່ວມມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ ຕື່ມອີກ ເພື່ອຍົກສູງຄວາມສາມາດໃນການແກ້ໄຂບັນຫາຄວາມບໍ່ໝັ້ນຄົງທາງນ້ຳ, ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ, ໄພແຫ້ງແລ້ງ, ແລະ ການປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທີ່ກ່ຽວຂ້ອງກັບນໍ້າ ແລະ ຄວາມບໍ່ໝັ້ນຄົງທາງນໍ້າ.
(ຂໍ້ມູນເພີ່ມເຕີມຕິດຕໍ່ ຄະນະສາທາລະນະສຸກສາດ, ມວສ, ອີເມລ໌: vsychareun@gmail.com ຫຼື ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ອີເມລ໌ SK.somphone@gmail.com)