Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ຕ້ອນຮັບທູດ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ເຂົ້າຢ້ຽມອຳລາ

0

ໃນວັນທີ 1 ສິງຫາ 2024 ນີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານນາງ ແອນເນັດເຕ ໂນບລອທຈ໌ (Annette KNOBLOCH) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດຢ່າງຫ້າວຫັນຂອງ ທ່ານທູດສະຫະພາບເອີຣົບ ແລະ ທູດ ສະຫະພັນ ເຢຍລະມັນ ປະຈໍາລາວ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ຊຸກຍູ້-ສົ່ງເສີມ ການຮ່ວມມືທາງດ້ານຕ່າງໆ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະ ອື່ນໆ, ລວມເຖິງການສົ່ງເສີມການໄປມາຫາສູ່ ຂອງປະຊາຊົນສອງຊາດ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນລາວ ກັບ ສະຫະພາບເອີຣົບ ແລະ ເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ ອັນມີກຽດຂອງທ່ານ. ພ້ອມທັງ ສະແດງຄວາມຫວັງວ່າ, ທ່ານທູດທັງສອງຈະສືບຕໍ່ເປັນຂົວຕໍ່ ໃນການຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ-ສະຫະພາບເອີຮົບ ແລະ ເຢຍລະມັນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ກົມກຽວ ຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.

ໂອກາດດຽວກັນ, ທ່ານທູດສະຫະພາບເອີຣົບ ແລະ ທູດສະຫະພັນ ເຢຍລະມັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານຕ່າງໆ ທາງການທູດ ຢູ່ ສປປ ລາວ ໃຫ້ທ່ານຮອງປະທານປະເທດ ຮັບຊາບ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດ ຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນຈົນ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ໃນວັນດຽວກັນ ທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ກໍໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ແອນເນັດເຕ ໂນບລອທຈ໌ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ເຊັ່ນດຽວກັນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version