Home ຂ່າວຕ່າງປະເທດ ອາຟຣິກາໃຕ້ ພວມຜະເຊີນກັບ ໄພແຫ້ງແລ້ງ ຄັ້ງຮ້າຍແຮງທີ່ສຸດ ໃນຮອບ 100 ປີ

ອາຟຣິກາໃຕ້ ພວມຜະເຊີນກັບ ໄພແຫ້ງແລ້ງ ຄັ້ງຮ້າຍແຮງທີ່ສຸດ ໃນຮອບ 100 ປີ

0

ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ໂຈຮັນເນສເບີຣກ ປະເທດ ອາຟຣິກາໃຕ້ ເມື່ອບໍ່ດົນມານີ້ວ່າ: ສະຫະປະຊາຊາດ (ຢູເອັນ) ປະກາດເຕືອນ ໄພແຫ້ງແລ້ງ ຢ່າງຮຸນແຮງ ເປັນຄັ້ງປະຫວັດສາດ ທີ່ ທຳລາຍ ພືດຜົນລະປູກ ຢູ່ທົ່ວ ອາຟຣິກາ ຕອນໃຕ້ ຊຶ່ງ ຈະເຮັດໃຫ້ ປະຊາຊົນ ຫລາຍລ້ານຄົນ ຈະຕ້ອງ ອຶດຫິວ ແລະ 5 ປະເທດ ໃນພາກພື້ນ ຕ້ອງປະກາດ ໃຫ້ເປັນ ໄພພິບັດ ແຫ່ງຊາດ ແລະ ພວມກ້າວເຂົ້າສູ່ ໄລຍະຮ້າຍແຮງ ທີ່ສຸດ ໃນຮອບ 100 ປີ.

ໂຄງການ ອາຫານໂລກ (ດັບເບີລຢູເອຟພີ) ຂອງ ຢູເອັນ ຄາດການວ່າ: ປະຊາຊົນ ທາງຕອນໃຕ້ ຂອງທະວີບ ອາຟຣິກາ ຈະປະສົບກັບ ບັນຫາ ດ້ານສະບຽງ ອາຫານ ຫລາຍຂຶ້ນ , ເນື່ອງຈາກ ພາກພື້ນນີ້ ພວມກ້າວ ເຂົ້າສູ່ ໄລຍະເວລາ ການເກັບກ່ຽວ, ໂດຍຄາດວ່າ ຈະເກີດພາວະ ການຂາດແຄນ ອາຫານ ຫລາຍທີ່ສຸດ. ຕາມການປະເມີນ ບາງສ່ວນ ຂອງ ໜ່ວຍງານ ກ່ຽວຂ້ອງ ໃຫ້ຮູ້ ວ່າ: ໄພແຫ້ງແລ້ງ ໃນຄັ້ງນີ້ ຖືວ່າ ຮ້າຍແຮງ ທີ່ສຸດ ໃນຮອບ 100 ປີ ສຳລັບ ພາກພື້ນ ອາຟຣິກາຕອນໃຕ້, ໂດຍ ປະຊາຊົນ ຢ່າງໜ້ອຍ 27 ລ້ານຄົນ ຈະໄດ້ຮັບ ຜົນກະທົບ ຢ່າງໜັກ , ເນື່ອງຈາກ ຕ້ອງອາໄສ ການກະສິກຳ ເພື່ອດຳລົງຊີວິດ ປະຈຳວັນ. ໃນຂະນະທີ່ ໄພແຫ້ງແລ້ງ ໄດ້ທຳລາຍ ຜົນຜະລິດ ໃນແຊກບີ ແລະ ຊີມບຳເວ ກວມເອົາ ຫລາຍເຖິງ 70% ແລະ 80% ຕາມລຳດັບ, ສົ່ງຜົນໃຫ້ ການສະໜອງ ຜົນຜະລິດ ຫລຸດລົງ ຢ່າງຫລວງຫລາຍ ແລະ ລາຄາ ອາຫານ ກໍເພີ່ມສູງຂຶ້ນ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version