Home Uncategorized ແຈ້ງເຕືອນ ນໍ້າຖ້ວມຊຸ ແລະ ດິນເຈືື່ອນ ເຊົ້າວັນທີ 31 ກໍລະກົດ 2024

ແຈ້ງເຕືອນ ນໍ້າຖ້ວມຊຸ ແລະ ດິນເຈືື່ອນ ເຊົ້າວັນທີ 31 ກໍລະກົດ 2024

0

ເນືື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫລື (ຮ່ອງຝົນ) ຍັງຈະສືບຕໍ່ ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີື່ມີກໍາລັງແຮງພັດປົກຄຸມ. ເຊິ່ງໄດ້ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ແລະ ຝົນຍັງຈະສືບຕໍ່ ຕົກໃນລະດັບປານກາງ ຫາ ຕົກໜັກຢູ່ທົ່ວໄປໃນແຕ່ລະພາກ ໃນໄລຍະວັນທີ 31 ກໍລະກົດ ຫາ 01 ສິງຫາ 2024 ນີ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນ ບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ໄຊສົມບູນ ແລະ ບໍລິຄໍາໄຊ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີດິນເຈືື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມຊຸ ແລະ ທາງ ສັນຈອນຂາດ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນືື່ອງ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 23-32 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version