Home ຂ່າວການເມືອງ ຊຽງຂວາງ ປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບ ປີ 2015

ຊຽງຂວາງ ປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບ ປີ 2015

0

ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະມູນ ສະບັບປີ 2015 (ໄລຍະປີ 2015-2024) ໃນວັນທີ 29 ກໍລະກົດ 2024 ທີ່ແຂວງຊຽງຂວາງ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະມູນແຫ່ງ ສປປ ລາວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນໍາແຂວງ, ບັນດາພະແນກກົມກອງອ້ອມຂ້າງແຂວງ ແລະ ຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະນູນແຫ່ງ ສປປ ລາວເຂົ້າຮ່ວມ.

ການປັບປຸງລັດຖະມູນໃນຄັ້ງນີ້, ເພື່ອສຸມໃສ່ຄົ້ນຄວ້າ ແລະ ປັບປຸງ ບາງໝວດ, ບາງມາດຕາທີ່ຈໍາເປັນ ເປັນ ຕົ້ນ ໝວດກ່ຽວກັບການປົກຄອງທ້ອງຖິ່ນ ແລະ ອາດຈະຄົ້ນຄວ້າສະເໜີເພີ່ມບາງມາດຕາ ຫລື ບາງຂໍ້ບັນຍັດໃໝ່ ທີ່ເຫັນວ່າມີຄວາມສໍາຄັນ ແລະ ຈໍາເປັນ ສາມາດນໍາເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດກາງປີ 2025.

ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຕາງໜ້າຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ໄດ້ສະເໜີບົດປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 (ໄລຍະ 2015- 2024) ໂດຍໄດ້ຍົກໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບປີ 1991 ມາເປັນເວລາ 12 ປີ ເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ ມາຮອດປີ 2003 ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ V ໄດ້ພິຈາລະນາ ຮັບຮອງເອົາລັດຖະທໍາມະນູນ ສະບັບປັບປຸງ ປະກອບມີ 11 ໝວດ ແລະ 98 ມາດຕາ, ແຕ່ຍັງບໍ່ສອດຄ່ອງໃນການຈັດຕັ້ງປະຕິບັດ ເພື່ອເປັນການປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ແກ່ການປົກປັກຮັກສາ ແລະ ສ້າງປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່ ຈຶ່ງໄດ້ປັບປຸງລັດຖະທໍາມະນູນ ສະບັບປີ 2003 ໃນປີ 2015 ເຊິ່ງເປັນການປັບປຸງຄັ້ງທີ 2 ແລະ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ຊຶ່ງປະກອບມີ 14 ໝວດ ແລະ 119 ມາດຕາ ເພີ່ມຂຶ້ນ 3 ໝວດ ຄື: ໝວດທີ 8 ສະພາປະຊາຊົນທ້ອງຖິ່ນ, ໝວດທີ 11 ການກວດສອບແຫ່ງຊາດ ແລະ ໝວດທີ 12 ຄະນະກຳມະການເລືອກຕັ້ງ ແລະ 21 ມາດຕາ. ຜ່ານການສ້າງ, ປະກາດໃຊ້ ແລະ ປັບປຸງລັດຖະທໍາມະນູນ ສອງຄັ້ງທີ່ຜ່ານມາ ເຮັດໃຫ້ນິຕິກຳສູງສຸດຂອງປະເທດ ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ ກາຍເປັນພາຫະນະພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ດີຂຶ້ນ, ສ້າງເງື່ອນໄຂພື້ນຖານ ແກ່ການສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ.

ຜ່ານການຈັດຕັ້ງລັດຖະທໍາມະນູນ ສະບັບປີ 2015, ລັດຖະບານ ໄດ້ສືບຕໍ່ການຜັນຂະຫຍາຍລັດຖະທໍາມະນູນປີ 2015 ເປັນກົດໝາຍໃນຂົງເຂດຕ່າງໆ ເຊິ່ງມີຈໍານວນ 139 ສະບັບ. ໃນນີ້, ຂົງເຂດເສດຖະກິດ 61 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 36 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 28 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 9 ສະບັບ ແລະ ຂົງເຂດຕ່າງປະເທດ 5 ສະບັບ.

ໃນກອງປະຊຸມ, ບັນດາຜູ້ຕາງໜ້າຈາກແຕ່ລະກຸ່ມ ໄດ້ສະເໜີບົດຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ບັນດາໝວດ ແລະ ມາດຕາ, ພ້ອມທັງແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ເກີດດອກອອກຜົນ.

ຂ່າວ-ພາບ: ແສງມາລີຕິກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version