Home ຂ່າວກິລາ ງານມະຫາກຳກິລາໂອແລມປິກເກມ ຄັ້ງທີ 33

ງານມະຫາກຳກິລາໂອແລມປິກເກມ ຄັ້ງທີ 33

0

ງານມະຫາກຳກິລາໂອແລມປິກເກມ ຄັ້ງທີ 33 ຫຼື “ປາຣີດ ເກມ 2024” ຖືກຈັດຂຶ້ນຢ່າງຍິ່ງໃຫຍ່ສົມກັບການຄອງຄອຍ ແລະ ຖືເປັນຄັ້ງທຳອິດຂອງໂລກທີ່ພິທີເປີດບໍ່ໄດ້ຖືກຈັດຂຶ້ນໃນສະໜາມກິລາ ໂດຍເຈົ້າພາບຈັດຂະບວນສວນສະໜາມດ້ວຍເຮືອ 206 ຊາດ ລວມທັງຄະນະນັກກິລາຈາກສປປ ລາວເຮົາ ລ່ອງຕາມແມ່ນ້ຳແຊນ ຜ່ານຈຸດແລນມາກສຳຄັນທົ່ວນະຄອນຫຼວງປາຣີດ ໄດ້ມີຂຶ້ນໃນຄ່ຳຄືນວັນທີ 26 ກໍລະກົດ 2024 ຕາມເວລາໃນສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີແຫ່ງຝຣັ່ງ ແລະ ທ່ານ ໂທມາດ ບາກ ປະທານຄະນະກຳມະການໂອແລມປິກສາກົນ ຫຼື ໄອໂອຊີ ພ້ອມດ້ວຍການນຳຂັ້ນສູງຂອງຝຣັ່ງ, ແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາຈາກ 206 ຊາດ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວຝຣັ່ງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຮັບຊົມຢ່າງຕື່ນຕາຕື່ນໃຈແບບບໍ່ເຄີຍມີມາກ່ອນ.

ຂະບວນສວນສະໜາມງານກິລາດັ່ງກ່າວ ເລີ່ມລ່ອງເຮືອອອກຈາກຂົວອອດເຕລິດ ໄປຈົນເຖິງຂົວດີເອນາ ທີ່ເຊື່ອມຕໍ່ລະຫວ່າງຫໍໄອເຟວ ກັບ ໂທຣກາເດໂຣ ໂດຍລະຫວ່າງທາງຂະບວນເຮືອດັ່ງກ່າວແມ່ນລ່ອງຜ່ານສະຖານທີ່ສຳຄັນຕ່າງໆຂອງປະເທດຝຣັ່ງ ເຊັ່ນ: ມະຫາວິຫານນໍເທຣໍດາມ, ພິພິຕະພັນລູບ, ຂົວປົງເດອາດ ແລະ ປົງເນີບ ເປັນຕົ້ນ. ຊຶ່ງໃນພິທີເປີດນີ້ໄດ້ມີຝົນຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ນັກກິລາແຕ່ລະຊາດ ຕ້ອງໄດ້ນຸ່ງເສື້ອກັນຝົນ ໂດຍໃນພິທີເປີດປະເທດເຈົ້າພາບ ໄດ້ເນັ້ນໃຫ້ເຫັນເຖິງບັນຍາກາດ ແລະ ທັດສະນີຍະພາບ ທີ່ສວຍສົດງົດງາມຂອງນະຄອນຫຼວງປາຣີດ ລວມເຖິງດ້ານວັດທະນະທຳ, ພາສາ, ສາສະໜາ ແລະ ຄວາມຫຼາກຫຼາຍທາງເພດຂອງຝຣັ່ງ ທີ່ແຜ່ກະຈາຍໄປທົ່ວໂລກ ໂດຍການສະແດງແບ່ງອອກເປັນ 12 ຈຸດ ທີ່ຂະບວນເຮືອແລ່ນຜ່ານ ແລະ ໃຊ້ນັກສະແດງຫຼາຍກວ່າ 3.000 ຄົນ.

ທັງນີ້, ເຈົ້າພາບ ສ້າງຄວາມຕື່ນເຕັ້ນນັບຕັ້ງແຕ່ການຖືທວນໄຟຂອງ ທ່ານ ຊີເນດີນ ຊີດານ ອະດີດນັກກິລາບານເຕະຊູເປີສະຕາທີມຊາດຝຣັ່ງ ຂະນະທີ່ນັກສິລະປິນທີ່ມີຊື່ສຽງໂດ່ງດັງລະດັບໂລກຫຼາຍຄົນກໍເຂົ້າຮ່ວມສະແດງຢ່າງພ້ອມພຽງຮຽງໜ້າ ເຊັ່ນ: ເຊລິນ ດິອອນ ນັກຮ້ອງຊື່ດັງເຈົ້າຂອງເພງ “My Heart Will Go On” ປະກອບຮູບເງົາເລື່ອງໄທທານິກ, ອາຍະ ນາກາມຸຣະ ສິລະປິນອາແອນບີ, ເລດີ ກາກາ ນັກຮ້ອງຊາວສະຫະລັດອາເມຣິກາ ແລະ ສະນູ໊ບ ດ໊ອກ ສິລະປິນຊາວອັງກິດ ເປັນຕົ້ນ.

ຂະນະທີ່ໄຮໄລຂອງພິທີເປີດການແຂ່ງຂັນ ຢູ່ທີ່ການຈູດທວນໄຟ ຊຶ່ງເປັນການບົ່ງບອກໃຫ້ຮູ້ວ່າງານກິລາໂອແລມປິກ ເກມ 2024 ໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວນັ້ນ ໂດຍມີນັກກິລາທີ່ມີຊື່ສຽງຂອງຝຣັ່ງ ແລະ ນັກກິລາລະດັບໂລກ ທີ່ມີຄວາມກ່ຽວຂ້ອງກັບຝຣັ່ງຮ່ວມເປັນສ່ວນໜຶ່ງໃນການແລ່ນທວນໄຟ ເຊັ່ນ: ຊີເນດີນ ຊີດານ, ຣາຟາເອວ ນາດາວ ຕຳນານນັກເທັນນິດເຈົ້າຂອງແຊັມແກຣນສະແລມ 22 ສະໄໝ, ເຊເຣນາ ວິນລຽມ ຍອດນັກເທັນນິດຍິງຊາວສະຫະລັດອາເມຣິກາ, ອະເມລີ ໂມເຣໂມ ອະດີດນັກເທັນນິດສາວຂວັນໃຈຊາວຝຣັ່ງ ແລະ ໂທນີ ປາກເກີ ນັກກິລາບານບ້ວງດີກຣີແຊ໋ມ ເອັນບີເອ 4 ສະໄໝ. ຈາກນັ້ນທວນໄຟໄດ້ຖືກສົ່ງຕໍ່ດ້ວຍກຸ່ມນັກແລ່ນທວນໄຟອີກຫຼາຍຕໍ່ຫຼາຍຄົນ ກ່ອນຈະໄປຢຸດ ແລະ ຈູດທວນໄຟໃນບານລູນໃຫຍ່ ແລ້ວປ່ອຍຂຶ້ນສູ່ທ້ອງຟ້າຢ່າງອະລັງການ.

ສຳລັບ ສປປ ລາວເຮົາ ແມ່ນສົ່ງນັກກິລາ 4 ຄົນ ໃນ 3 ປະເພດກິລາ ຮ່ວມແຂ່ງຂັນ ປະກອບມີ: ນາງ ສິລິນາ ພະອາໄພ ນັກກິລາແລ່ນ-ລານ ປະເພດແລ່ນ 100 ແມັດຍິງ, ທ້າວ ສະຕີເວັນ ອິນຊຽງໃໝ່ ນັກກິລາລອຍນ້ຳ, ນາງ ອາເຣຍນາ ເດິກສະວາເກີ ນັກກິລາລອຍນ້ຳ ແລະ ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຢີມນາສະຕິກ.

ງານມະຫາກຳກິລາໂອແລມປິກເກມ ຄັ້ງທີ 33 ຫຼື “ປາຣີດ ເກມ 2024” ທີ່ນະຄອນຫຼວງປາຣີດ ປະເທດຝຣັ່ງ ເປັນເຈົ້າພາບ ຈະດຳເນີນການແຂ່ງຂັນລະຫວ່າງວັນທີ 26 ກໍລະກົດ ຫາວັນທີ 11 ສິງຫາ 2024 ຈຶ່ງຈະສຳເລັດ.

(ຮຽບຮຽງຂ່າວໂດຍ: ລູກນໍ້ເຊ ອິນທະດາລິນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version