Home ຂ່າວໜ້າໜຶ່ງ ລາວ-ອາເມລິກາ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ

ລາວ-ອາເມລິກາ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ

0

ໃນວັນທີ 27 ກໍລະກົດ 2024 ນີ້, ສປປ ລາວ ແລະ ສ ອາເມລິກາ ໄດ້ເປັນເຈົ້າພາບຮ່ວມ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ ຄັ້ງທີ 3 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ເຊິ່ງໄດ້ຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Antony J. Blinken ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອາເມລິ ກາ, ມີບັນດາລັດຖະມົນຕີ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮ່ວມກັນທົບທວນຄືນໝາກຜົນຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ ນ້ຳຂອງ ແລະ ສ ອາເມລິກາ ໃນໄລຍະຜ່ານມາ ກໍຄື ບັນດາແຜນງານ-ໂຄງການ ທີ່ນອນຢູ່ໃນແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ 2024-2026 ແລະ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ບັນ ດາປະເທດສະມາຊິກແມ່ນ້ຳຂອງ ແລະ ສ ອາເມລິກາ ເພື່ອຮັດແໜ້ນການຮ່ວມມືໃນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ໃນອະນຸພາກພື້ນແມ່ນໍ້າຂອງໂດຍລວມ.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະ ປິ່ນອ້ອມຂົງເຂດການຮ່ວມມືທີ່ເປັນບູລິມະສິດ ຄື: ການເຊື່ອມໂຍງເສດຖະກິດ, ການປົກປັກຮັກສາ ແລະ ການອະນຸລັກສິ່ງແວດລ້ອມ, ການຄຸ້ມຄອງນ້ຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ດ້ານຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະຫານ. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາເອກະສານສໍາຄັນຂອງກອງປະຊຸມ 2 ສະບັບ ຄື: ແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ 2024-2026 ແລະ ຖະແຫລງການປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ ຄັ້ງທີ 3 ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເພີ່ມທະວີການຮ່ວມມືໃນການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ສ ອາເມລິກາ ໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ສະເໜີມອບ-ຮັບໜ້າທີ່ ການເປັນປະທານຮ່ວມຂອງຂອບການຮ່ວມມືດັ່ງກ່າວຈາກ ສປປ ລາວ ເພື່ອສົ່ງຕໍ່ໃຫ້ ໄທ ເປັນປະທານຮ່ວມກັບ ສ ອາເມລິກາ ນັບແຕ່ປີ 2025 ເປັນຕົ້ນໄປ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ໄທ ທີ່ຮັບໜ້າທີ່ການເປັນປະທານຮ່ວມຕໍ່ຈາກ ສປປ ລາວ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສ ອາເມລິກາ ທີ່ໄດ້ສືບຕໍ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ ລາວ. ພ້ອມທັງສະເໜີ ໃຫ້ ສ ອາເມລິກາ ສືບຕໍ່ເພີ່ມທະວີ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສ ອາເມລິກາ ແລະ ປະເທດສະມາຊິກແມ່ນ້ຳຂອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version