Home ຂ່າວພາຍໃນ ລາວ-ກໍາປູເຈຍ ເສີມຂະຫຍາຍການຮ່ວມມືດ້ານໄປສະນີ-ໂທລະຄົມມະນາຄົມ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ລາວ-ກໍາປູເຈຍ ເສີມຂະຫຍາຍການຮ່ວມມືດ້ານໄປສະນີ-ໂທລະຄົມມະນາຄົມ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

0

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈັດຂຶ້ນໃນຕອນບ່າຍວັນທີ 27 ກໍລະກົດ 2024, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ເຈຍ ວັນເດດ (Chea Vandeth) ລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ ເພື່ອປຶກສາຫາລື, ແລກປ່ຽນກ່ຽວກັບແຜນການຮ່ວມມື ແລະ ບັນດາຂໍ້ສະເໜີຕ່າງໆໃນຕໍ່ໜ້າ. ທັງເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າ ໃຈ ວ່າດ້ວຍການຮ່ວມມືດ້ານໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ລັດຖະ ບານດີຈິຕອນ ທີ່ໄດ້ຮ່ວມລົງນາມກັນໃນວັນທີ 11 ມີນາ ຜ່ານມາ ທີ່ນະຄອນຫລວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ພ້ອມດຽວກັນ ກໍເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງສອງປະເທດໃນຂົງເຂດວຽກງານດັ່ງກ່າວ ໂດຍສະເພາະໃນດ້ານການພັດທະນາ ການບໍລິການລັດຖະບານດີຈິຕອນ, ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ແລະ ລະບົບຢັ້ງຢືນເອກະສານພາກລັດ; ການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ບຸກຄະລາກອນ, ການຖ່າຍທອດເຕັກໂນໂລຊີ ລວມເຖິງການຈັດຝຶກອົບຮົມຮ່ວມກັນ.

ໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຍິນດີ ທີ່ໄດ້ຕ້ອນຮັບ ທ່ານລັດຖະມົນຕີ ເຈຍ ວັນເດດ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ທັງນີ້, ກໍເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ກໍຄື ການຮ່ວມມືໃນຂະແໜງໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີ ແລະ ລັດຖະບານດີຈິຕອນ ໃຫ້ມີຄວາມກ້າວໜ້າ ແລະ ປະສິດທິຜົນສູງສຸດ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົບປະໃນຄັ້ງນີ້ ທີ່ໄດ້ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າຮ່ວມກັນ ເຊິ່ງໄດ້ເປັນພື້ນຖານອັນໜັກແໜ້ນ ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງກະຊວງ ນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນຍິ່ງຂຶ້ນ.

ພາຍຫລັງສໍາເລັດກອງປະຊຸມ, ໄດ້ມີພິທີ ມອບ-ຮັບ ຄອມພິວເຕີ ຈຳນວນ 300 ຊຸດ ຈາກລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ, ຕາງໜ້າມອບໂດຍ ທ່ານ ເຈຍ ວັນເດດ ລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກຳປູ ເຈຍ ແລະ ຕາງໜ້າຮັບໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ຂ່າວ: ສົມຫວັງ

ພາບ: ແສງຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version