Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ນິວຊິແລນ ພົບປະສອງຝ່າຍ ທີ່ ນະຄອນຫຼວງວຽງຈັນ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ນິວຊິແລນ ພົບປະສອງຝ່າຍ ທີ່ ນະຄອນຫຼວງວຽງຈັນ

0

         ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ, ໃນໂອກາດເດີນທາງມາເຂົ້າຮວ່ມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

         ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ 6 ທົດສະວັດຜ່ານມາ ນັບຕັ້ງແຕ່ການຮ່ວມມືທາງດ້ານການເມືອງ ຈົນເຖິງການພົວພັນລະຫວ່າງປະຊາຊົນສອງປະເທດ, ເຊິ່ງໄດ້ສ້າງຄວາມເຂົ້າໃຈ ແລະ ຄວາມເຊື່ອໃຈລະຫວ່າງສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ-ນິວຊີແລນ, ພ້ອມທັງເປັນການສ້າງເງື່ອນໄຂທີ່ເອື້ອອໍານວຍ ສໍາລັບການຮ່ວມມືໃນຂະແໜງການອື່ນໆ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ ແລະ ການທ່ອງທ່ຽວ. ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືທາງການສຶກສາ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການທ່ອງທ່ຽວ, ການຄ້າ-ການລົງທຶນ, ຂອບການຮ່ວມມື ອາຊຽນ-ນິວຊີແລນ ແລະ ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

         ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໂດຍສະເພາະໃນຂົງເຂດການສຶກສາ, ການຝຶກອົບຮົມພາສາອັງກິດ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

         ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ວິນສະຕັນ ປີເຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງໃນຄັ້ງນີ້ເປັນຢ່າງດີ ພ້ອມທັງອວຍພອນໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version