Home ຂ່າວພາຍໃນ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຈຳປາສັກຊຸດທີ II

ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຈຳປາສັກຊຸດທີ II

0

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຈຳປາສັກຊຸດທີ II ອັດລົງໃນວັນທີ 26 ກໍລະກົດ 2024ນີ້ ພາຍຫລັງດໍາເນີນມາເປັນເວລາ 2 ວັນ ທີ່ສະ ໂມສອນຫຼັກ4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ. ມີ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ , ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ບັນດາທ່ານສະມາຊິກສະພາແຫ່ງຊາດ(ສສຊ) ປະຈໍາເຂດ 15, ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຊຸດທີ II ໄດ້ຮັບຮອງເອົາເປັນມະຕິກອງປະຊຸມຂອງພວກເຮົາ ທັງໝົດ 6 ສະບັບ ຄື:

1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 06 ເດືອນຕົ້ນປີ ແລະ ແຜນການ 06 ເດືອນທ້າຍປີ 2024 ຂອງແຂວງຈໍາປາສັກ;

2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ ແລະ ແຜນການ 06 ເດືອນທ້າຍປີ 2024 ຂອງແຂວງຈຳປາ ສັກ;

3. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາກອງປະຊຸມສະ ໄໝສາມັນເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ;

4. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາວາລະຂອງແຂວງວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກຕໍ່ການພັດທະນາການທ່ອງທ່ຽວປີ 2024-2025;

5. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ແຂວງຈໍາປາສັກ;

6. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາຜົນການຕິດຕາມກວດກາກ່ຽວກັບການອອກໃບຕາດິນທົ່ວແຂວງຈໍາປາສັກ.

ກອງປະຊຸມຍັງໄດ້ຮັບຟັງການອະທິບາຍຊີ້ແຈງບັນຫາທີ່ສະມາຊິກສະພາປະຊາຊົນແຂວງໄດ້ຕັ້ງຂຶ້ນ ຈາກຂະແໜງການທີ່ກ່ຽວຂ້ອງຫລາຍພາກສ່ວນ.

ເກດສະໜາ ແກ້ວສຸວັນນະແສງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version