Home ຂ່າວພາຍໃນ ຈີນ ແບ່ງປັນຄວາມຮູ້ປະສົບການດ້ານວຽກງານກວດສອບ ໃຫ້ແກ່ພະນັກງານ ອກລ

ຈີນ ແບ່ງປັນຄວາມຮູ້ປະສົບການດ້ານວຽກງານກວດສອບ ໃຫ້ແກ່ພະນັກງານ ອກລ

0

ໃນວັນທີ 18 ສິງຫາ ນີ້ ທີ່ອົງການກວດສອບແຫ່ງລັດ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຊ່ຽວຊານຈາກ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ນຳໂດຍ ທ່ານ ດຣ. ດີເອີ ຢູ (Dier Yu) ຫົວໜ້າພາກວິຊາກວດສອບຄະນະວິສະວະກໍາສາດ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ຈັດກອງປະຊຸມແລກປ່ຽນບົດຮຽນ ໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ຕ້ອຍ ພົນທິລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍຄະນະຊ່ຽວຊານ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ໂດຍສະເພາະ ທ່ານ ດຣ. ດີເອີ ຢູ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງ ແລະ ຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍແໜ້ນແຟ້ນຍິ່ງຂຶ້ນ, ກໍຄືການພົວພັນຮ່ວມມື 2 ຝ່າຍ . ພ້ອມດຽວກັນການມາເຄື່ອນໄຫວຢ້ຽມຢາມຄັ້ງນີ້ ຍັງໄດ້ປະກອບສ່ວນແບ່ງປັນຄວາມຮູ້ປະສົບການດ້ານວຽກງານກວດສອບ ໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ໃນຫົວຂໍ້: ການກວດສອບການຈັດຊື້-ຈັດຈ້າງ ລົງເລິກການວິເຄາະວິໄຈບັນຫາ(Research-based auditand Public Procumbent Audit) ແລະ ເຕັກນິກການກວດສອບແບບກ້າວໜ້າໃນຍຸກປັນຍາປະດິດ (Frontier Audit Techniques in the Era of Artificial Intelligence) ຊຶ່ງມີນັກສໍາມະນາກອນອົງການກວດສອບແຫ່ງລັດ ເຂົ້າຮ່ວມການແລກປ່ຽນບົດຮຽນໃນຄັ້ງນີ້ທັງໝົດຈຳນວນ 25 ທ່ານ.

ທ່ານ ດຣ. ດີເອີ ຢູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ຊຶ່ງເປັນການເຂົ້າຢ້ຽມຂ່ຳນັບທີ່ເຕັມໄປດ້ວຍໄມຕີຈິດທີ່ດີ ແລະ ເປັນການປະກອບສ່ວນໃນການຮ່ວມມືທີ່ດີຂອງທັງສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ສປ ຈີນ ກໍຄື ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ.

ໃນໂອກາດດັ່ງກ່າວນີ້, ທັງສອງຝ່າຍລາວ-ຈີນ ໄດ້ແລກປ່ຽນບົດຮຽນກ່ຽວກັບສະພາບລວມຂອງວຽກງານກວດສອບໂດຍສະເພາະຂົງເຂດການກວດສອບການຈັດຊື້-ຈັດຈ້າງ ລົງເລິກການວິເຄາະວິໄຈບັນຫາ ແລະ ເຕັກນິກການກວດສອບແບບກ້າວໜ້າໃນຍຸກປັນຍາປະດິດພ້ອມທັງລາຍງານຈຸດດີ ແລະ ຈຸດອ່ອນຂອງລະບົບການກວດສອບວຽກງານຈັດຊື້-ຈັດຈ້າງຂອງແຕ່ລະຝ່າຍ ແລະ ແລກປ່ຽນບົດຮຽນກັນຢ່າງກົງໄປກົງມາ

ຂ່າວ: ອກລ

ພາບ: ພູວຽງຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version