Home ຂ່າວໜ້າໜຶ່ງ ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ...

ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ ກອງເລຂາອາຊຽນ ແລະ ນອກແວ

0

ໃນວັນທີ 25 ກໍລະກົດ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໄດ້ທົບທວນຄວາມຄືບຫນ້າຂອງການສ້າງປະຊາຄົມອາຊຽນ, ລວມທັງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ທີ່ປິ່ນອ້ອມຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເປັນຕົ້ນແມ່ນການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ປະກອບດ້ວຍແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີອານເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະປາຍ ແລະ ເມັກຊິກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວໃນເວລາອັນໄວ.

ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກໍໄດ້ທົບທວນຄືນການຈັດຕັ້ງປະຕິບັດຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ຊຶ່ງໃນນີ້ກອງປະຊຸມໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມພັນແປ່ໄປ. ນອກນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ.

ໃນຕອນບ່າຍຂອງວັນດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຂະແໜງການ ລະຫວ່າງອາຊຽນ ແລະ ນອກແວ ນັບແຕ່ການສ້າງຕັ້ງການເປັນຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິບັດເອກະສານຊ້ອນທ້າຍຂອງແຜນປະຕິບັດງານ ອາຊຽນ-ນອກແວ (2021-2025).​ ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລືເພື່ອກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version