Home ຂ່າວໜ້າໜຶ່ງ ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ. ອາເມລິກາ.

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ. ອາເມລິກາ.

0

ໃນຕອນເຊົ້າຂອງວັນທີ 05 ກັນຍາ 2025 ທີ່ ທໍານຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂດນັນ ທຣຳ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມລິກາ ຄົນໃໝ່, ເຊິ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.)

ໃນໂອກາດດັ່ງກ່າວ, ທ່ານທູດ ພູໂຂງ ສີສຸລາດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງພະນະທ່ານປະທານາທິບໍດີ ໂດນັນ ທຣຳ ກໍ່ຄື ລັດຖະບານ ແລະ ປະຊາຊົນອາເມລິກາ. ພ້ອມກັນນັ້ນ, ທ່ານທູດ ພູໂຂງ ສີສຸລາດ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈອັນຈິງໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານສະຫະລັດ ອາເມລິກາ ພາຍໃຕ້ຂອບການຮ່ວມມືແບບກວມລວມ ຊຶ່ງຜູ້ນຳຂອງສອງປະເທດໄດ້ລົງນາມຮ່ວມກັນໃນປີ 2016 ເປັນຕົ້ນມາ ກວມເອົາບັນດາຂົງເຂດເປັນຕົ້ນແມ່ນການເກັບກູ້ລະເບີດທີ່ບໍ່ທັນແຕກ, ການສຶກສາ ແລະ ການຝຶກອົບຮົມ, ສາທາລະນະສຸກ, ການບັງຄັບໃຊ້ກົດໝາຍ ແລະ ຂົງເຂດອື່ນໆອີກ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຊຸມປີຜ່ານມາ, ພ້ອມທັງເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລາວ-ອາເມລິກາ. ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດ ລາວ-ອາເມລິກາ ທີ່ມີສາຍພົວພັນທາງການທູດອັນຍາວນານນຳກັນເປັນເວລາ 70 ປີມາຮອດປັດຈຸບັນ, ທ່ານທູດ ພູໂຂງ ສີສຸລາດ ຍັງໄດ້ຢືນຢັນຄໍາໝາຍໝັ້ນໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ດີທີ່ສຸດ ເພື່ອສືບຕໍ່ຮັກສາ, ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ໃຫ້ເກີດດອກອອກຜົນ ບົນພື້ນຖານການເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະເພື່ອຜົນປະໂຫຍດຮ່ວມຂອງປະຊາຊົນສອງປະເທດ.

ໃນຂະນະດຽວກັນ, ປະທານາທິບໍດີ ໂດນັນ ທຣຳ ໄດ້ຕີລາຄາສູງຕໍ່ສາຍພົວພັນການທູດລາວ-ອາເມລິກາຄົບຮອບ 70 ປີ ທີ່ເປັນຂີດຫມາຍສໍາຄັນຂອງການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານລາວທີ່ໄດ້ໃຫ້ການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນການຄົ້ນຫາທະຫານອາເມລິກາທີ່ຫາຍສາບສູນຢູ່ລາວໃນປາງສົງຄາມ, ການແກ້ໄຂບັນຫາຄົນເຂົ້າເມືອງຜິດກົດໝາຍໃນອາເມລິກາ ແລະ ອື່ນໆ. ນອກຈາກນັ້ນ, ປະທານາທິບໍດີ ທຣຳ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ແລະ ຢືນຢັນຄວາມໝາຍໝັ້ນໃນການເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ ເພື່ອສືບຕໍ່ສົ່ງເສີມສັນຕິພາບ ແລະ ຄວາມສົມບູນພູນສຸກຂອງສອງປະເທດລາວ-ອາເມລິກາ ກໍ່ຄືໃນທົ່ວອາຊີຕາເວັນອອກສ່ຽງໃຕ້.

ທ່ານ ພູໂຂງ ສີສຸລາດ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສະຫະລັດ ອາເມລິກາ ເປັນຄົນທີ 9 ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ.

ນອກຈາກນີ້, ທ່ານ ພູໂຂງ ສີສຸລາດ ໃນຖານະເປັນເອກອັກຄະລັດຖະທູດແຕ່ງຕັ້ງປະຈຳການາດາ ກໍມີແຜນເດີນທາງໄປການາດາ ໃນອະນາຄົດອັນໃກ້ນີ້ ເພື່ອຍື່ນສານຕາຕັ້ງຕໍ່ຜູ້ສໍາເລັດຣາຊະການ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ການາດາ ໂດຍມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ, ສະຫະລັດ ອາເມລິກາ.

ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version