Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ຢ້ຽມຢາມ ຄຸນມິງ ສປ ຈີນ

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ຢ້ຽມຢາມ ຄຸນມິງ ສປ ຈີນ

0

ວັນທີ 22-25 ກໍລະກົດ 2024 ພະນະທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວ ແລະ ຢ້ຽມຢາມສະຖານທີີ່ຕ່າງໆ ທີ່ຄຸນມິງ ສປ ຈີນ ເປັນຕົົ້ນ: ຢ້ຽມຢາມບໍລິສັດກໍ່ສ້າງ ແລະ ລົງທຶນຢຸນນານ, ບໍລິສັດຫຸ້ນສ່ວນກໍ່ສ້າງ ແລະ ລົງທຶນຄອນກິດຄຸນນະພາບສູງ ແລະ ສີຂຽວ ຈໍາກັດມະຫາຊົນ ແລະ ສວນເຜົ່າຊົນຢຸນນານ.

ພ້ອມນັ້ນ ກໍໄດ້ໄປຢ້ຽມບາງສະຖານທີີ່ສໍາຄັນທາງດ້ານເສດຖະກິດ, ການຄ້າ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງກິີ່ງ
ແຂວງສິບສອງພັນນາ ເຊັ່ນ: ສະຖານທີີ່ກໍ່ສ້າງຊົນນະບົດ, ໂຄງການປັບປຸງດ່ານສາກົນ, ເຂດຂ້າມແດນ ແລະ ສະພາບການກໍ່ສ້າງເສັົ້ນທາງການຂົນສົົ່ງສິນຄ້າດ່ານສາກົນ ແລະ ຢ້ຽມຢາມເຂດເສດຖະກິດພິເສດ ບໍເຕັນ-ບໍຫານ ແລະ ສະຖານທີີ່ທ່ອງທ່ຽວທາງດ້ານວັດທະນະທໍາ.

ນອກຈາກງານວາງສະແດງແລ້ວ, ກໍ່ຍັງມີກິດຈະກໍາປິິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມປຶກສາຫາລືຂໍ້ລິເລີີ່ມການຮ່ວມມື ແລະ ການຈັບຄູ່ດ້ານດິຈິຕອນ ລະຫວ່າງ ຈີນ-ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ພິທີເປີດນໍາໃຊ້ເສັ້ນທາງລົດໄຟຂະບວນຄູ່ຂົນສົົ່ງສິນຄ້າສາກົນຖ້ຽວທໍາອິດ “ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢຸນນານ ແລະ ກວາງຕົງ” ແລະ ກິດຈະກໍາອືີ່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version