Home ຂ່າວໜ້າໜຶ່ງ ກຽມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ບົນຈິດໃຈປະຢັດມັດທະຍັດ-ຖືເອົາເນື້ອໃນເປັນຕົ້ນຕໍ

ກຽມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ບົນຈິດໃຈປະຢັດມັດທະຍັດ-ຖືເອົາເນື້ອໃນເປັນຕົ້ນຕໍ

0

ຂປລ. ສປປ ລາວ ກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ.

ວັນທີ 18 ກໍລະກົດ 2024 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຕາງໜ້າຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງສາມວັນປະຫວັດສາດ ດັ່ງກ່າວ ໂດຍທ່ານໄດ້ໃຫ້ຮູ້ວ່າ: ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ປວງຊົນລາວທັງຊາດ ເຊິ່ງພວກເຮົາຈະໄດ້ພ້ອມກັນສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສໍາເລັດຢ່າງຈົບງາມ. ພ້ອມກັນນັ້ນ, ປີ 2025 ກໍເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX ໃນສະພາບແວດລ້ອມຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ຍາກ ເຊິ່ງໄດ້ສົ່ງຜົນກະທົບຫລາຍດ້ານ ຕໍ່ປະເທດພວກເຮົາ, ຢູ່ພາຍໃນປະເທດພວກເຮົາ ກໍຜະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫລວງ ຫລາຍປະການ. ດັ່ງນັ້ນ, ເພື່ອເຮັດໃຫ້ການກະກຽມສະເຫລີມສະຫລອງສາມວັນປະຫວັດສາດດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ມີຮູບການທີ່ເໝາະສົມ ແລະ ທັນກັບກຳນົດເວລາ ຈຶ່ງມີຄວາມຈໍາເປັນຕ້ອງມີການຊີ້ນໍາ-ນໍາພາຢ່າງໃກ້ຊິດແທດເຖິງ, ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກ ລະດົມຂະບວນການແຂ່ງຂັນ ຮັກຊາດພັດທະນາໃນທົ່ວປະເທດໃຫ້ຟົດຟື້ນ, ແຂງແຮງ, ສ້າງທ່ວງທ່າໃໝ່ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃຫຍ່ຫລວງ.

ການສະເຫລີມສະຫລອງສາມວັນປະຫວັດສາດດັ່ງກ່າວ, ຕ້ອງຮັບປະກັນບັນລຸໃຫ້ໄດ້ຈຸດປະສົງ-ລະດັບຄາດໝາຍ ດັ່ງນີ້: ຫວນຄືນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິ ວັດລາວທີ່ມີກຽດສະຫງ່າ ຕະຫລອດໄລຍະ 70 ປີຜ່ານມາ ກໍຄື ທົບທວນມູນເຊື້ອອັນສະຫງ່າງາມແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະ 50 ປີ ແຫ່ງ ສປປ ລາວ, ທັງເປັນການລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຈົດຈໍາລໍາລຶກຜົນງານຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາ ເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ທາດແທ້ມູນເຊື້ອອັນດີງາມຂອງພັກ, ເຫັນແຈ້ງຜົນສໍາເລັດ, ຜົນງານອັນໃຫຍ່ຫລວງຂອງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ, ສຶກສາຮໍ່າຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແນໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດ ມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນບົດບາດຂອງພັກ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ; ຖືເອົາການສະເຫລີມສະຫລອງສາມວັນປະຫວັດສາດ ເປັນໂອກາດສໍາຄັນເປີດບັ້ນປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສຸມໃສ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ປຸກລະດົມຂະບວນການ ການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ປວງຊົນລາວທັງຊາດ ບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະທ້າຍສະໄໝ ແລະ ສອງວາລະແຫ່ງຊາດ ຕິດພັນກັບການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານ ຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນ ຂອງພັກ ແລະ ຂອງຊາດ ໃນປີ 2025, ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ.

ທ່ານ ກິແກ້ວ ໄຂຄໍາພິທູນ ຍັງໄດ້ກ່າວອີກວ່າ: ການສະເຫລີມສະຫລອງບັນດາວັນບຸນສໍາຄັນດັ່ງກ່າວ ຕ້ອງດໍາເນີນບົນຈິດໃຈປະຢັດມັດທະຫຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ເຊັ່ນ: ໃຫ້ຈັດຕັ້ງໂຮມຊຸມນຸມໃຫຍ່ລະດັບຊາດຢູ່ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025; ສໍາລັບການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025 ໃຫ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫລວງວຽງຈັນ ໂດຍມີການສະແດງກ້ອນກໍາລັງເດີນສວນສະໜາມ ຂອງບັນດາກໍາລັງປະກອບອາວຸດ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາມະກອນ-ຊາວຜູ້ອອກແຮງງານ ຕາມຄວາມເໝາະສົມ; ຈັດງານວາງສະແດງຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕິດພັນກັບການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ກິດຈະກໍາອື່ນໆ; ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ເພື່ອຄົ້ນຄວ້າທິດສະດີ-ສະຫລຸບພຶດຕິກໍາແຫ່ງການນໍາພາຂອງພັກເຮົາ ສ້າງໃຫ້ກາຍເປັນຄັງສາງທິດສະດີ, ບົດຮຽນພຶດຕິກໍາ ເພື່ອນໍາພາຊີ້ນໍາພາລະກິດປະຕິວັດກ້າວຂຶ້ນ ແລະ ໃຫ້ຄົນຮຸ່ນຫລັງໄດ້ສືບທອດ, ໄດ້ຄົ້ນຄວ້າຮໍ່າຮຽນ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ; ຈັດຕັ້ງປາຖະກະຖາເລົ່າມູນເຊື້ອແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວອັນສະຫງ່າງາມຂອງພັກເຮົາໃນ 70 ປີຜ່ານມາ, ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ແລະ ສື່ສັງຄົມອອນລາຍຢ່າງແຂງແຮງ, ກວ້າງຂວາງ ກ່ຽວກັບບົດບາດຕັດສິນຊີ້ຂາດແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢ່າງມີໄຊ ແລະ ຢືນຢັນຜົນງານ, ຜົນສໍາເລັດອັນໃຫຍ່ຫລວງສໍາຄັນ, ຫລາຍດ້ານແຫ່ງໝາກຜົນຕົວຈິງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດ 50 ປີ, ຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ຄົ້ນຄວ້າ, ຕີລາຄາ, ຄັດເລືອກບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ໃນຂະບວນການ “ແຂ່ງຂັນຮັກຊາດ ແລະ ພັດທະນາ”. ພ້ອມກັນນັ້ນ, ກໍໃຫ້ມີການພົບປະພະນັກງານປະຕິວັດອາວຸໂສ, ບໍານານ ແລະ ຄອບຄົວພະນັກງານປະຕິວັດ ທີ່ເສຍຊີວິດແລ້ວ. ສໍາລັບການຈັດຕັ້ງສະເຫລີມສະຫລອງ ວັນສ້າງຕັ້ງຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ຄົບຮອບປີໃຫຍ່ ແມ່ນໃຫ້ຈັດເຂົ້າເປັນຂະບວນການລວມ ຂອງການສະເຫລີມສະຫລອງວັນປະຫວັດສາດ ໂດຍແມ່ນຂະແໜງການ ແລະ ອົງການກ່ຽວຂ້ອງ ເປັນເຈົ້າການ ພາຍໃຕ້ການຊີ້ນໍາໂດຍກົງ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ; ໃຫ້ຈັດຕັ້ງການດໍາເນີນຊີວິດການເມືອງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version