Home ຂ່າວການເມືອງ ພ້ອມກັນຮໍ່າຮຽນເອົາແບບແຜນການດຳລົງຊີວິດ ແລະ ບົດຮຽນອັນລໍ້າຄາຂອງ ປະທານ ສຸພານຸວົງ

ພ້ອມກັນຮໍ່າຮຽນເອົາແບບແຜນການດຳລົງຊີວິດ ແລະ ບົດຮຽນອັນລໍ້າຄາຂອງ ປະທານ ສຸພານຸວົງ

0

ປະທານ ສຸພານຸວົງ ແມ່ນເຊື້ອເຈົ້າເປັນໂອລົດຂອງເຈົ້າມະຫາອຸ ປະລາດ ບຸນຄົງ ແລະ ໝ່ອມຄຳອ້ວນ ໄດ້ຮັບການອົບຮົມສຶກສາເປັນຢ່າງດີທັງຮຽນຢູ່ພາຍໃນ ແລະ ຕ່າງປະເທດ ຢູ່ໃນຖານະດັ່ງກ່າວປະທານສາມາດດຳລົງຊີວິດຢ່າງສະໜຸກ ສຸກສະບາຍໃນສັງຄົມ ແຕ່ເພິ່ນກໍບໍ່ເລືອກເສັ້ນທາງນັ້ນ! ໃນຂະນະທີ່ປະເທດຊາດຍັງຖືກຮຸກຮານຈາກພວກຈັກກະພັດລ່າເມືອງຂຶ້ນ ເຊິ່ງພາຍຫລັງການປະຕິວັດ ເດືອນສິງຫາຢູ່ຫວຽດນາມ ໄດ້ຮັບໄຊຊະນະປະທານໂຮ່ຈີ່ມິງ ກໍໄດ້ເຊີນປະທານ ສຸພານຸວົງ ທີ່ພວມເຮັດວຽກຢູ່ເມືອງ ວິນ ໄປນະຄອນຮ່າໂນ້ຍ ເພື່ອພົບປະຫລັງຈາກນັ້ນເພິ່ນກໍໄດ້ຮັບການຊ່ວຍເຫລືອຈາກຜູ້ນຳຫວຽດນາມ ຈັດຕັ້ງກອງທະຫານປະສົມລາວ- ຫວຽດນາມ ຂຶ້ນຢູ່ລາວເພື່ອດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ປະຊາຊົນລາວ ການພົບປະຄັ້ງນັ້ນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດ ໃນຊີວິດການເຄື່ອນໄຫວປະຕິວັດຂອງປະທານສຸພາວົງ.

ຫລັງຈາກນັ້ນ ປະທານ ສຸພານຸວົງ ກໍໄດ້ເດີນທາງກັບຄືນປະເທດ ຕາມເສັ້ນທາງເລກທີ 9 ເມື່ອຮອດ ເມືອງເຊໂປນ ແຂວງສະຫວັນນະເຂດ ເພິ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເມືອງ ແລະ ໃນທີ່ນັ້ນ ປະທານ ສຸພານຸວົງ ໄດ້ກ່າວປາໄສຕໍ່ປະຊາຊົນທີ່ມາເຕົ້າໂຮມກັນຢ່າງຫລວງຫລາຍເປັນຄັ້ງທຳອິດ ໂດຍທ່ານໄດ້ກ່າວວ່າ “ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້” ຄຳເວົ້ານີ້ໄດ້ກາຍເປັນກຳລັງແຮງມະຫາສານປະກອບສ່ວນ ເຂົ້າໃນການປຸກລະດົມປະຊາຊົນລາວບັນດາເຜົ່າ ໃຫ້ສາມັກຄີກັນລຸກຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນເວລາຕໍ່ມາ.

ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະ ກິດປະຕິວັດທີ່ຍິ່ງໃຫຍ່ຂອງປະທານ ສຸພານຸວົງ ເປັນບາດລ້ຽວໃຫຍ່ຫລວງທີ່ສຸດໃນຊີວິດຂອງເພິ່ນເປັນການເປີດສາກໄລຍະແຫ່ງການອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ປີ 1945 ປະຊາຊົນລາວ ໄດ້ລຸກຮືຂຶ້ນຍຶດອຳນາດຢູ່ວຽງຈັນ ແລະ ໄດ້ປະກາດສ້າງຕັ້ງລັດຖະບານລາວອິດສະຫລະຂຶ້ນ ປະທານ ສຸພາສຸວົງ ກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດ ຖະມົນຕີວ່າການກະຊວງການຕ່າງປະເທດ ທັງດຳລົງຕຳແໜ່ງຜູ້ບັນຊາການສູງສຸດຂອງກອງກຳລັງປະກອບອາວຸດອິດສະຫລະພາຍໃຕ້ ການບັນຊາຂອງເພິ່ນແມ່ນມີຫລາຍບັ້ນຮົບເດັ່ນ ໃນນັ້ນກໍມີບັ້ນຮົບປ້ອງກັນໂຕເມືອງທ່າແຂກທີ່ລືຊື່ ເມື່ອ ພວກລ່າເມືອງຂຶ້ນຝຣັ່ງກັບຄືນມາຮຸກຮານປະເທດເຮົາເປັນຄັ້ງທີສອງ ເຖິງວ່າພວກສັດຕູຈະມີກຳລັງພົນພ້ອມອາວຸດຍຸດທະພັນຫລາຍກວ່າ ແລະ ທັນສະໄໝກວ່າຫລາຍເທ່ົາ ພ້ອມທັງໄດ້ຮັບການສະໜັບສະໜູນຈາກເຮືອນບິນຖິ້ມລະເບີດ ຈຳນວນຫລາຍລຳ ແຕ່ກຳລັງປະກອບອາວຸດປະສົມ ລາວ-ຫວຽດນາມ ພາຍໃຕ້ການບັນຊາຂອງປະທານ ສຸພານຸວົງ ກໍໄດ້ສູ້ຮົບຢ່າງພິລະອາດຫານຫລາຍວັນສົ່ງຜົນໃຫ້ ເພິ່ນໄດ້ຮັບບາດເຈັບສາຫັດຈິ່ງຍອມໄປປິ່ນປົວ ແລະ ກັບຄືນມາສືບຕໍ່ນຳພາການປະຕິວັດຈົນໄດ້ຮັບໄຊຊະນະ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ປະທານ ສຸພານຸວົງ ກໍໄດ້ຮັບພາລະໜ້າທີ່ໜັກໜ່ວງ ແລະ ຍິ່ງໃຫຍ່ໃນນາມປະທານປະເທດ ທັງເປັນປະທານສະພາ ປະຊາຊົນສູງສຸດ ເຊິ່ງປະທານ ສຸພານຸວົງ ໄດ້ເຮັດວຽກຢ່າງໜັກຮ່ວມກັບ ຄະນະນຳເພື່ອນຳພາປະເທດຊາດ ທີ່ຍັງອ່ອນນ້ອຍ ແລະ ຖືກສັດຕູບີບຮັດໃນທຸກດ້ານໃຫ້ສາມາດຜ່ານຜ່າພາຍຸລົມແດງມາໄດ້ ແລະ ເຕີບໃຫຍ່ຂຶ້ນຢ່າງໝັ້ນຄົງເຖິງປັດຈຸບັນ.

ພາສິດບູຮານລາວເຄີຍສອນໄວ້ວ່າ “ເມື່ອໄດ້ກິນເຂົ້າ ກໍໃຫ້ຄິດເຖິງຄຸນນາເມື່ອໄດ້ກິນປາກໍໄດ້ຄິດເຖິງຄຸນນ້ຳ” ພວກເຮົາພະນັກງານສະມາຊິກພັກທະຫານຕຳຫລວດກຳມະກອນ ແລະ ປະຊາຊົນບັນດາເຜົ່າທີ່ເປັນຜູ້ສືບທອດຄວນສະແດງ ອອກເຖິງຄວາມກະຕັນຍູຮູ້ຄຸນ ໂດຍການຮ່ຳຮຽນເອົາແບບຢ່າງການເສຍສະຫລະຄວາມສຸກສ່ວນໂຕ ເພື່ອສ່ວນຮວມນ້ຳໃຈປະຕິວັດສຸດກົດສຸດປາຍການດຳລົງຊີວິດທີ່ລຽບງ່າຍປອດໃສຂາວສະອາດ ແລະ ປະຢັດຊັດທ່ຽງຮ່ຳຮຽນເອົານ້ຳໃຈພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈອົດທົນພາກພຽນດຸໝັ່ນໃນການສຶກສາຮ່ຳຮຽນ ເຖິງແມ່ນຈະຢູ່ໃນສະພາບການໃດ ປະທານ ສຸພານຸວົງ ກໍມີຄວາມທຸ່ນທ່ຽງມີຫລັກໝັ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນປະທານ ສຸພານຸວົງ ຢູ່ໃນດວງໃຈຂອງ ປະຊາຊົນລາວເຮົາຕະຫລອດໄປ!.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version