Home ຂ່າວໜ້າໜຶ່ງ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບ ປີ 2015

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບ ປີ 2015

0

(ສພຊ) ໃນຕອນເຊົ້າ ວັນທີ 10 ກໍລະກົດ ນີ້ ທີ່ ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແລະ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການຄະນະປະຈຳການ ມີບັນດາປະທານ-ຮອງກຳມາທິການ ຂອງສະພາແຫ່ງຊາດ, ທ່ານລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຄະນະປະຈຳການ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ລັດຖະທໍາມະນູນ ສະບັບທໍາອິດຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນປີ 1991, ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນມາເປັນເວລາ 33 ປີ, ໃນໄລຍະຜ່ານມາ ກໍໄດ້ມີການປັບປຸງ 2 ຄັ້ງ ຄື: ການປັບປຸງປີ 2003 ແລະ ປີ 2015. ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ສະບັບປີ 2015 ມາຮອດປັດຈຸບັນ ເປັນເວລາ 9 ປີ ຊຶ່ງໄດ້ເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງບັນດາກົດໝາຍ ເພື່ອເປັນເຄື່ອງມືຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ. ອີງຕາມຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກເຮົາ ໃນໄລຍະແຕ່ນີ້ ຫາປີ 2055, ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ອອກມະຕິ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ, ຕໍ່ມາກົມການເມືອງສູນກາງພັກ ກໍໄດ້ອອກມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ທັງສອງມະຕິດັ່ງກ່າວນີ້ ໄດ້ຮຽກຮ້ອງໃຫ້ລັດເຮົາ ຕ້ອງໄດ້ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່.

ເພື່ອຄົ້ນຄວ້າ, ປັບປຸງ ລັດຖະທຳມະນູນໃຫ້ທັນເວລາ, ກົມການເມືອງສູນກາງພັກໄດ້ອອກມະຕິ ສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ. ຄະນະນີ້ ໄດ້ວາງແຜນການປັບປຸງລັດຖະທໍາມະນູນ ແຕ່ນີ້ຫາກາງປີ 2025, ແຕ່ງຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ ເພື່ອຈັດຕັ້ງປະຕິບັດວຽກງານເພື່ອຮັບປະກັນໃຫ້ແກ່ວຽກງານປັບປຸງລັດຖະທຳມະນູນ. ປະຕິບັດຕາມ ມາດຕາ 124, 125 ຂອງກົດໝາຍວ່າດ້ວຍ ການສ້າງນິຕິກໍາ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ຈຶ່ງໄດ້ວາງແຜນການດຳເນີນການປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນຂອບເຂດທົ່ວປະເທດ.

ໃນນີ້, ຢູ່ຂັ້ນສູນກາງ ຈະຈັດກອງປະຊຸມປະເມີນ ຢູ່ 4 ຈຸດ ຕາມຂົງເຂດວຽກງານ ຄື: 1. ຂົງເຂດອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ; (2) ຂົງເຂດເສດຖະກິດ-ສັງຄົມ; (3) ຂົງເຂດອໍານາດລັດ; (4) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ສໍາລັບຢູ່ຂັ້ນທ້ອງຖິ່ນ ຈະໄດ້ຈັດກອງປະຊຸມປະເມີນຢູ່ 18 ຈຸດ ຕາມແຂວງ-ນະຄອນຫຼວງ ໃຫ້ສໍາເລັດໃນເດືອນກໍລະກົດ 2024 ນີ້. ນອກຈາກນີ້ແລ້ວ ຈະໄດ້ດຳເນີນການປະເມີນການປະຕິບັດລັດຖະທຳມະນູນ ໃນຮູບແບບທາບທາມຄວາມເຫັນທົ່ວໄປ ລວມທັງຜ່ານສື່ມວນຊົນຕ່າງໆ, ໃນວັນທີ 20 ມິຖຸນາ 2024 ຜ່ານມານີ້ ພວກເຮົາກໍໄດ້ສໍາເລັດ ການປະເມີນການຈັດຕັ້ງປະຕິບັດລັດຖະທໍາມະນູນ ຢູ່ຂົງເຂດອົງການພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນຂັ້ນສູນກາງ. ມື້ນີ້ ພວກເຮົາພ້ອມກັນດຳເນີນກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນຂົງເຂດເສດຖະກິດ, ວັດທະນະທໍາ-ສັງຄົມ ຊຶ່ງເປັນຈຸດທີ 2 ອ້ອມຂ້າງສູນກາງ. ຈຸດປະສົງຂອງກອງປະຊຸມນີ້ ແມ່ນສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາ ໂດຍສະເພາະຢູ່ຂົງເຂດເສດຖະກິດ-ສັງຄົມ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນ ໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທໍາມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດປະກົດຜົນເປັນຈິງໄດ້. ຜ່ານການດໍາເນີນຢູ່ຈຸດທີ 1 ພວກເຮົາກໍໄດ້ມີການປັບປຸງເນື້ອໃນບົດສະຫຼຸບ ແລະ ຄໍາຖາມເຈາະຈີ້ມ ໃຫ້ສອດຄ່ອງ, ແທດຕົວຈິງກວ່າເກົ່າ.

ກອງປະຊຸມປະເມີນຄັ້ງນີ້ (1) ພວກເຮົາຈະໄດ້ຮັບຟັງການສະເໜີບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຂອງຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ; (2) ຮັບຟັງການປະກອບຄຳເຫັນຂອງບັນດາທ່ານຈາກພາກສ່ວນຕ່າງໆ ລວມທັງຂໍ້ສະເໜີຕໍ່ກັບການປັບປຸງເນື້ອໃນ ຂອງລັດຖະທຳມະນູນ ແລະ (3) ຮັບຟັງຜົນກອງປະຊຸມ.

ຂ່າວ-ພາບ: ອານຸສອນ ພູມມີທອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version