Home ທ່ອງທ່ຽວ ນັກທ່ອງທ່ຽວ ເຂົ້າມາທ່ຽວນະຄອນຫລວງວຽງຈັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ນັກທ່ອງທ່ຽວ ເຂົ້າມາທ່ຽວນະຄອນຫລວງວຽງຈັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

0

ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ໃຫຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 9 ກໍລະກົດ 2024 ນີ້ວ່າ: ໃນ 5 ເດືອນຕົ້ນປີ 2024 ນີ້, ນະຄອນຫລວງວຽງຈັນ ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ທັງໝົດ 674.196 ເທື່ອຄົນ ເພີ່ມຂຶ້ນ 26,31% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ລາຍຮັບທົ່ວສັງຄົມ ເພີ່ມຂຶ້ນ 44,02%, ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ທຽບໃສ່ແຜນການປີ ປະຕິບັດໄດ້ 67,42%.

ພ້ອມກັນນີ້, ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນທຸລະກິດການທ່ອງທ່ຽວ ທັງໝົດ 58 ຫົວໜ່ວຍ. ໃນນັ້ນ, ທຸລະກິດດ້ານທີ່ພັກແຮມ 16 ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວໜ່ວຍ.

#ຂ່າວອອນລາຍ#ວສລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version