Home ຂ່າວໜ້າໜຶ່ງ ສ ເກົາຫຼີ ຊ່ວຍຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກໃຫ້ລາວ

ສ ເກົາຫຼີ ຊ່ວຍຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກໃຫ້ລາວ

0

ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານຂອງລາວຮ່ວມກັບສະຖາບັນການພັດທະນາເກົາຫຼີ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫຼີ ຈັດສຳມະນາທ້າຍໂຄງການທີ່ປຶກສາ ເພື່ອຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງລາວ ຂຶ້ນໃນທ້າຍອາທິດທີ່ຜ່ານມາຢູ່ນະຄອນຫຼວງວຽງຈັນ ມີ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ເຊ ຊູຮອນ ທີ່ປຶກສາອາວຸໂສ ສະຖາບັນການພັດທະນາເກົາຫຼີ (KDI) ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີປະຈຳລາວ ຊ່ຽວຊານຈາກ ສ ເກົາຫຼີ ບໍລິສັດ IGB & Company ສູນຮັບຮອງຂໍ້ມູນຂ່າວສານ ສ ເກົາຫຼີ (KICA) ຕາງໜ້າຈາກກົມພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອສຳມະນາທ້າຍໂຄງການທີ່ປຶກສາ ເພື່ອຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງລາວ ປຶກສາຫາລືຮ່ວມກັນ ແລະ ສະຫຼຸບການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີ (2023-2024) ພ້ອມທັງເປີດກວ້າງໃຫ້ຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ມີໂອກາດປະກອບຄຳຄິດຄຳເຫັນໃສ່ໃນບົດລາຍງານສຸດທ້າຍນີ້ ເພື່ອໃຫ້ບົດລາຍງານສຸດທ້າຍມີຄວາມຄົບຖ້ວນສົມບູນ ສາມາດນຳໄປເປັນແບບແຜນ-ແນວທາງໃນການຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງລາວ ໃຫ້ມີປະສິດທິພາບທຽບເທົ່າກັບສາກົນ.

ທ່ານ ແກ້ວວິສຸກ ໂສລະພົມ ທ່ານ ເຊ ຊູຮອນ ແລະ ທ່ານ ຈອງ ຢອງຊູ ໄດ້ກ່າວວ່າ: ສາຍພົວພັນອັນດີງາມລະຫວ່າງສອງຊາດລາວ ແລະ ສເກົາຫຼີທີ່ມີມາຍາວນານ ປັດຈຸບັນກຳລັງຈະຄົບຮອບ 30 ປີ ໃນຜ່ານມາ ສເກົາຫຼີໄດ້ຮ່ວມມືທາງດ້ານການຊ່ວຍເຫຼືອລ້າ ເພື່ອການພັດທະນາ (ODA) ໃຫ້ແກ່ລາວຫຼາຍດ້ານ ເປັນຕົ້ນດ້ານການຄ້າ ການລົງທຶນ ການສຶກສາ ສາທາລະນະສຸກ ດິຈິຕອນ ແລະ ດ້ານອື່ນໆ ໃນນັ້ນດ້ານດິຈິຕອນ ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອລ້າໂຄງການຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອການຫັນເປັນດິຈິຕອນຂອງລາວ ເຊິ່ງໂຄງການທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງລາວ ນີ້ເປັນໂຄງການໜຶ່ງທີ່ໄດຮັບການຊ່ວຍເຫຼືອລ້າຈາກ ສເກົາຫຼີ ເຊິ່ງຈຸດປະສົງໂຄງການທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງລາວ ປຽບເໝືອນເປັນຕົວຊີ້ວັດ ຕົວປະເມີນຄືນຄວາມອາດສາມາດຂອງລະບົບ ລາຍເຊັນເອເລັກໂຕຣນິກຂອງລາວ ທີ່ມີຢູ່ໃນປັດຈຸບັນ ວິເຄາະຫາຄວາມຕ້ອງການໃນການປັບປຸງຍົກລະດັບລະບົບເກົ່າ ແຜນການຂະຫຍາຍ ແລະ ສ້າງລະບົບໃໝ່ເພື່ອໃຫ້ຮອງຮັບການຫັນເປັນດິຈິຕອນ ຂອງລັດຖະບານລາວ ວຽກງານການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ເປັນອີກວຽກງານໜຶ່ງທີ່ຕິດພັນ ແລະ ນອນຢູ່ໃນແຜນການຫັນເປັນດິຈິຕອນ ທີ່ຈະສົ່ງເສີມໃຫ້ສັງຄົມລາວມີຄວາມຮັບຮູ້ກ່ຽວກັບໜ້າທີ່ ແລະ ຄວາມສຳຄັນຂອງລາຍເຊັນດິຈິຕອນໃນຍຸກເສດຖະກິດດິຈິຕອນ ການນຳໃຊ້ການຢັ້ງຢືນຕົວຕົນທາງເອເລັກໂຕຣນິກ ເຂົ້າໃນການເຮັດທຸລະກຳທາງເອເລັກໂຕຣນິກ ໃນຂົງເຂດຕ່າງໆປີ່ນອ້ອມ ລວມໄປເຖິງຮັບຮູ້ເຖິງຄວາມສຳຄັນ ແລະ ຄວາມປອດໄພຂອງການຢັ້ງຢືນຂໍ້ມູນຜ່ານອິນເຕີເນັດ ພ້ອມທັງຮັບຟັງການສະຫຼຸບການຈັດຕັ້ງປະຕິບັດໂຄງການໃນ 1 ປີ (2023-2024) ຈາກຊ່ຽວຊານ ສເກົາຫຼີ ເຊິ່ງຄຳແນະນຳແບ່ງອອກເປັນ 4 ພາກຄື: ນິຕິກຳ ແລະ ນະໂຍບາຍໂຄງຮ່າງການຈັດຕັ້ງ ໂຄງລ່າງພື້ນຖານ ແລະ ການບໍລິການ ແລະ ດ້ານການສ້າງບຸກຄະລາກອນ.

ໂຄງການທີ່ປຶກສາເພື່ອຍົກລະດັບລະບົບອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກຂອງລາວ ຈຶ່ງປຽບສະເໝືອນເປັນຕົວຊ່ວຍໃນການວິເຄາະຫາຂີດຈຳກັດ ຂອງລະບົບທີ່ມີຢູ່ໃນປັດຈຸບັນ ສ້າງເປັນແຜນ ແລະ ເປັນແນວທາງໃນການຍົກລະດັບ ເພື່ອເພີ່ມຂີດຄວາມອາດສາມາດ ທັງໃນດ້ານນິຕິກຳ ແລະ ນະໂຍບາຍ ດ້ານໂຄງຮ່າງການຈັດຕັ້ງ ດ້ານໂຄງລ່າງພື້ນຖານ ແລະ ການບໍລິການ ແລະ ດ້ານການສ້າງບຸກຄະລາກອນ ພ້ອມທັງເປັນບ່ອນອີງໃນການສຶກສາຄົ້ນຄວ້າໃຫ້ ສອຊ ແລະ ຊ່ຽວຊານ ສ ເກົາຫຼີ ໄດ້ຮ່ວມກັນສ້າງບົດໂຄງການ Project Concept Paper (PCP) ເພື່ອສະເຫນີການຊ່ວຍເຫຼືອຈາກອົງການ KOICA ສ ເກົາຫຼີ ເພື່ອຍົກລະດັບສູນຮັບຮອງ ລາຍເຊັນເອເລັກໂຕຣນິກແຫ່ງຊາດ ຂອງລາວ ໃຫ້ສາມາດຮອງຮັບການຫັນເປັນດິຈິຕອນໄດ້ໃນທຸກຮູບແບບ ເພື່ອຮັບປະກັນການບໍລິການຮັບໃຊ້ແກ່ສັງຄົມ.

ທີ່ມາ: ວຽງຈັນທຸລະກິດສັງຄົມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version