Home ຂ່າວຕ່າງປະເທດ ຜູ້ລົງສະໝັກເລືອກຕັ້ງສະຫະລັດ ອາເມລິກາ 2024 ມີຫາງສຽງສະໜັບສະໜູນທີ່ໃກ້ຄຽງກັນ

ຜູ້ລົງສະໝັກເລືອກຕັ້ງສະຫະລັດ ອາເມລິກາ 2024 ມີຫາງສຽງສະໜັບສະໜູນທີ່ໃກ້ຄຽງກັນ

0

ວິທະຍຸ ກະຈາຍ ສຽງແຫ່ງຊາດ ຫວຽດນາມ, ຕາມໝາກຜົນ ການຢັ່ງຫາງສຽງ ໃນທົ່ວປະເທດ ສະຫະລັດ ອາເມລິກາ ໂດຍໜັງສືພິມ The New York Times ປະກາດ ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນ ເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ ສະຫະລັດ ອາເມລິກາ ໃນປີນີ້ ໄດ້ຮັບການ ຄາດ ຄະເນວ່າ ຈະມີຫາງສຽງ ທີ່ໃກ້ຄຽງກັນ ໃນຂອບເຂດ ທົ່ວປະເທດ ສະຫະລັດອາເມລິກາ ໂດຍຜູ້ລົງສະໝັກ ແຂ່ງຂັນຄັ້ງນີ້ ລະຫວ່າງ ທ່ານ ໂຈ ໄບເດັນ (Joe Biden) ປະທານາທິບໍດີຄົນ ປະຈຸບັນ ແລະ ຄູ່ແຂ່ງ ແມ່ນທ່ານ ໂດນັນ ທຣຳ (Donald Trump) ລ້ວນແຕ່ ດ້ຮັບບັດ ສະໜັບ ສະໜູນ ສະເລ່ຍ 46% ແລະ 2 ຝ່າຍ ພວມຢູ່ໃນທ່າ ທຽບເທົ່າກັນ ກ່ອນຈຸດ ເວລາດຳເນີນ ການໂຕ້ວາທີ ທຳອິດ ໃນວັນທີ 27 ມິຖຸນາ ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວ ປັບປຸງ ສຳລັບ ທ່ານ ໂຈ ໄບເດັນ, ຜູ້ທີ່ມີອັດຕາບັດ ສະໜັບສະໜູນ ນຳຫລັງ ໃນບັນດາ ການຢັ່ງຫາງສຽງ ອື່ນໆ ໃນຕະຫລອດໄລຍະ 9 ເດືອນທີ່ຜ່ານມາ. ອັດຕາ ຄະແນນ ຂອງທ່ານ ໂດນັນ ທຣຳ ນຳໜ້າ ທ່ານ ໂຈ ໄບເດັນ ແມ່ນບໍ່ຫລາຍ, ແຕ່ທ່າໄດ້ປຽບ ຢູ່ບັນດາລັດ, ຄື: Pennsylvania, Wisconsin, Michigan, Nevada, Arizona ແລະ Georgia ໄດ້ຮັບຖືວ່າ ມີຄະແນນຢ່າງພຽງພໍ ເພື່ອໃຫ້ທ່ານ ໂດນັນ ທຣຳ ໄດ້ຮັບໄຊຊະນະ ກ່ຽວກັບ ຈຳນວນ ບັດເລືອກຕັ້ງ ຂອງຜູ້ມີສິດເລືອກຕັ້ງ ແລະ ຍ້ອນເຫດນັ້ນ ກໍ່ຈະຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ. ຢູ່ 4 ລັດ ສຳຄັນ ທີ່ຍັງເຫລືອ ລວມມີ: Nevada, Arizona, Georgia, North Carolina, ໝາກຜົນ ການຢັ່ງຫາງສຽງ ຊີ້ໃຫ້ເຫັນວ່າ: ທ່ານ ໂດນັນ ທຣຳ ພວມນຳໜ້າ ແຕ່ປະມານ 4-5%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version