Home ທ່ອງທ່ຽວ ພູຫວງຊ່ານ ພູມະຫັດສະຈັນ ອັນດັບໜຶ່ງຂອງຈີນ

ພູຫວງຊ່ານ ພູມະຫັດສະຈັນ ອັນດັບໜຶ່ງຂອງຈີນ

0

ພູຫວງຊ່ານ ໄດ້ຖືກຂະໜານນາມວ່າ ເປັນພູມະຫັດສະຈັນອັນດັບໜຶ່ງຂອງຈີນ,ພູຫວງຊ່ານ ຫລື ພູເຫລືອງມີເນື້ອທີ່ທັງ ໝົດ 1200 ກວ່າກິໂລຕາແມັດ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງເມືອງເຊີ້ຊ່ຽນ ນະຄອນຫວງຊ່ານ ແຂວງ ອ່ານຮຸ່ຍ ສປ ຈີນ. ໂດຍມີພື້ນທີ່ປ່າປົກຫຸ້ມ 56 %, ພື້ນທີ່ພັນພືດຈຳນວນໜຶ່ງ ແລະເປັນແຫລ່ງອາໃສຂອງສັດປ່າ 1.452 ຊະນິດແລະ ບາງຊະ ນິດຢູ່ໃນລາຍຊື່ການຄຸ້ມຄອງສັດປ່າຂອງຈີນ.

ຕາມການລາຍງານຂອງຜູ້ນຳທ່ຽວໃຫ້ຮູ້ວ່າ: ພູຫວງຊ່ານ ມີ ອາຍຸຫລາຍກວ່າ 800 ລ້ານປີ,ມີຄວາມຍາວແຕ່ເໜືອເຖິງໃຕ້ 40 ກິໂລແມັດ ແລະກວ້າງປະມານ 30 ກິໂລແມັດ,ມີພື້ນທີ່ຊົມທີວທັດ 160 ກວ່າກິໂລແມັດ, ມີຈອມພູສູງ 1.000 ແມັດ 72 ຈອມພູ, ມີຈອມພູໃຫ່ຍ 36 ຈອມ,ຈອມພູນອ້ຍ 36 ຈອມ ແລະຈອມພູຫລຽນຮົ່ວ ຫລືຈອມພູດອກບົວສູງເຖິງ 1.864 ກວ່າແມັດ ຈາກໜ້ານຳ້ທະເລ ເຊິ່ງເປັນຈອມພູສູງສຸດໃນຈຳນວນຈອມພູທັງໝົດຂອງພູຫວງຊ່ານ ອຸ່ນຫະພູມສະເລ່ຍໝົດປີ 7,9 ອົງສາ ແລະໄດ້ຮັບການຈັດອັນດັບໃຫ້ເປັນແຫລ່ງທອ່ງທ່ຽວລະດັບ 5 A ຂອງຈີນອີກດ້ວຍ.

ນອກຈາກນີ້, ພູຫວງຊ່ານຍັງເປັນສູນລວມຂອງວັດທະນະ ທຳ, ສິນລະປະ, ຮູບ ແຕ້ມ ວັນນະຄະດີ ຕຳນານແລະ ບຸກຄົນທີ່ມີຊື່ສຽງທີ່ເຄີຍມາຢ້ຽມຢາມພູແຫ່ງນີ້.ເນື່ອງຈາກວ່າ ສາດສະໜາພຸດໄດ້ເຂົ້າມາສູ່ດິນແດນພູຫວງຊ່ານໃນສະໄໝລາດຊະວົງຕ້າຍ ລະຫວ່າງປີ 420-589 ໂດຍໄດ້ສ້າງວັດພຸດ 100 ກວ່າແຫ່ງໃນເຂດນີ້.

ພູຫວງຊ່ານມີຊື່ເດີມວ່າ ອີ້ຊ່ານ ຫລື ພູດຳ ເນື່ອງຈາກຈອມພູມີສີ ຄາມປົນກັບສີດຳ ທີ່ຕັ້ງຢູ່ທ່າມກາງທະເລໝອກ, ພາຍ ຫລັງລາດຊະວົງຖັງ ໃນສະໄໝຖັງທ່ຽນເປົ່າ ປີທີ 6 ຄສ 747 ວັນທີ 16 ມິຖຸນາ ໄດ້ປ່ຽນຊື່ມາເປັນຫວງຊ່ານ ແປວ່າ ພູເຫລືອງ ຕາມຕຳນານຂອງກະສັດເຫລືອງ ທີ່ມາປະທັບເທິງພູແຫ່ງນີ້ເພື່ອບຳເພັນກຸສົນໃຫ້ກາຍເປັນຊຽນ ແລະຈຶ່ງເຮັດໃຫ້ມື້ນີ້ເປັນວັນເກີດຂອງພູຫວງຊ່ານ ຈົນເຖິງປະຈຸບັນ ແລະ ກາຍເປັນແຫລ່ງທອ່ງທ່ຽວຍອດນິຍົມຂອງນັກທອ່ງທ່ຽວທັງຊາວຈີນ ແລະ ຕ່າງປະ ເທດ, ສະເລ່ຍມື້ໜຶ່ງມີນັກທອ່ງທ່ຽວມາທ່ຽວຊົມພູຫວງຊ່ານມື້ລະ 35.000 ຄົນ ຫລືປະມານ 4 ລ້ານຄົນຕໍ່ປີ , ສາມາດສ້ງລາຍຮັບໄດ້ ຫລາຍກວ່າ 1 ຕື້ຢວນຕໍ່ປີ.

Cr: ເພັດສະໝອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version