Home ຂ່າວໜ້າໜຶ່ງ ລາວ-ຈີນ ລົງນາມໂຄງການຂ່າວພາບ ແລະ ສຽງພາສາມື

ລາວ-ຈີນ ລົງນາມໂຄງການຂ່າວພາບ ແລະ ສຽງພາສາມື

0

ພິທີລົງນາມເຊັນຂໍ້ຕົກລົງໂຄງການຂ່າວພາບ ແລະ ສຽງພາສາມືການຮ່ວມມືລາວ-ຈີນລະຫວ່າງສູນສື່ ສານສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານກັບໂທລະພາບແຫ່ງຊາດລາວໄດ້ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປຈີນ.

ຮ່ວມລົງນາມໃນຄັ້ງນີ້, ຝ່າຍລາວໂດຍທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອໍານວຍການໃຫຍ່ໂທ ລະພາບແຫ່ງຊາດລາວ ແລະ ຝ່າຍຈີນໂດຍທ່ານ ຫວັງຖິງຢ້າວ (Wang Tingyao) ຮອງບັນນາທິການໃຫຍ່ ໜັງສືພິມລາຍວັນຢຸນນານ ຫົວໜ້າສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງ ຢຸນນານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈ້າວ ຣົງກົ້ວ (Zhao RongGuo) ຮອງປະທານບໍລິສັດພະລັງງານສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄຟຟ້າພາກໃຕ້ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມຄັ້ງນີ້ເປັນຄັ້ງທໍາອິດໃນປະເທດລາວ ໂດຍການສະໜັບສະໜູນດ້ານການເງິນຈາກບໍລິສັດ ພະລັງງານສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄຟຟ້າພາກໃຕ້ຈຳກັດ (China Southern Power Grid Lanmei International Energy Co., Ltd.). ສູນສື່ສານສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກ ສ່ຽງໃຕ້ຂອງແຂວງຢຸນນານ ແລະ ໂທລະພາບແຫ່ງຊາດລາວ ຊຶ່ງຈະຮ່ວມກັນຈັດຕັ້ງປະຕິບັດການວາງແຜນ, ການຖ່າຍທຳ, ການແປພາສາມື ແລະ ການຈັດວາງໂຄງການທີ່ຈະອອກອາກາດ ແນໃສ່ເສີມຂະຫຍາຍບົດ ບາດຂອງສື່ມວນຊົນໃນການຮັບໃຊ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳລາວ- ຈີນ, ເຕີມເຕັມຊ່ອງຫວ່າງໃນ ໂຄງການພາສາມືຂອງລາວ, ຊຸກຍູ້ການເຜີຍແຜ່ຂໍ້ມູນຂ່າວສານທີ່ແທ້ຈິງໃຫ້ທັນເວລາ, ເຮັດໃຫ້ການຮ່ວມມືທີ່ເປັນ ມິດຕະພາບ ແລະ ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງຊາດລາວ-ຈີນເລິກເຊິ່ງຍິ່ງຂຶ້ນ. ລາຍການດັ່ງກ່າວຈະເປີດຕົວໃນເດືອນກໍລະກົດປີ 2024 ນີ້ ແລະ ຈະອອກອາກາດທາງໂທລະພາບແຫ່ງຊາດ ລາວໃນພາກຂ່າວປະຈຳວັນ. ຂ່າວ-ພາບ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version