Home ຂ່າວຕ່າງປະເທດ ອິນເດຍ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາເມຣິກາ

ອິນເດຍ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາເມຣິກາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ ນິວເດລີ, ກ່າວຄຳເຫັນໃນການຕ້ອນຮັບທ່ານ ແຈັກ ຊັລລິແວນ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມຣິກາ, ທ່ານ ນາເຣນດາ ໂມດິ ນາຍົກລັດຖະມົນຕີ ອິນເດຍ ໄດ້ຢືນຢັນຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອິນເດຍ – ອາເມຣິກາ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວລະບຸວ່າ: ການພົບປະໄດ້ດຳເນີນໃນຂະນະທີ່ທ່ານ ແຈັກ ຊັລລິແວນ ພວມຢ້ຽມຢາມ ນິວເດລີ ລະຫວ່າງວັນທີ 17 – 18 ມິຖຸນາ ນີ້, ຕາມຄຳເຊີນຂອງ ທ່ານ ອາຈິດ ໂດໂວລ ຄູ່ຮ່ວມຕຳແໜ່ງຂອງອິນເດຍ ເພື່ອຕີລາຄາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຊີສຳຄັນ ແລະ ຫາກໍພົ້ນເດັ່ນ (iCET) ລະຫວ່າງ ອິນເດຍ – ອາເມຣິກາ. ໃນການພົບປະ, ທ່ານ ແຈັກ ຊັລລິແວນ ໄດ້ແຈ້ງໃຫ້ ທ່ານ ນາເຣນດາ ໂມດິ ຊາບກ່ຽວກັບວິວັດການໃນການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂໍ້ລິເລີ່ມ iCET ຄື: ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ໂທລະຄົມມະນາຄົມ, ການປ້ອງກັນຊາດ, ອາວະກາດ.

ໃນວັນດຽວກັນ, ທ່ານ ແຈັກ ຊັລລິແວນ ກໍໄດ້ພົບປະ ແລະ ແລກປ່ຽນກັບ ທ່ານ ເອັສ ໄຈຊານກາ ລັດຖະມົນຕີການຕ່າງປະເທດ ອິນເດຍ ກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version