Home ຂ່າວກິລາ ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ASEAN Boy’ Championship 2024 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ASEAN Boy’ Championship 2024 ທີ່ປະເທດອິນໂດເນເຊຍ

0

ຜ່ານການຝຶກຊ້ອມນັບຕັ້ງ ແຕ່ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ, ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ ທີມຊາດລາວ U16 ໄດ້ຮຽກຕົວນັກກິລາເຍົາວະຊົນໃນເບື້ອງຕົ້ນຈຳນວນ 39 ຄົນເຂົ້າສູນຝຶກຊ້ອມ.

ມາຮອດວັນທີ 17 ມິຖຸນາ 2024, ສະຫະພັນບານເຕະແຫ່ງ ຊາດລາວ(ສຕລ) ໄດ້ປະກາດລາຍຊື່ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊິງແຊ້ມອາຊຽນ 2024 ASEAN U16 BOY’S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດ ເນເຊຍລະຫວ່າງວັນທີ 21 ມິຖຸນາ ຫາ 04 ກໍລະກົດ 2024 ມີລາຍຊື່ດັ່ງນີ້:

# ຜູ້ຮັກສາປະຕູ

– ທິດສາຄອນ ສຳລີວົງຫວັດ ຈາກ ສະໂມສອນ ຈຳປາສັກ

– ໄຊສົມພົງ ທີບພະວົງ ຈາກ ແຂວງ ບໍລິຄໍາໄຊ

– ອານຸໄຊ ສີວັນທອງ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

# ກອງຫຼັງ:

– ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ

– ພີສີດ ອໍຣ໌ ຈາກ ສະໂມສອນ ຊ້າງນ້ອຍ

– ທັດສະພອນ ຄໍາພານິດ ຈາກ ສະໂມສອນ ຈຳປາສັກ

– ໄຊຍະສິດ ຈິດປະສົງ ຈາກ ສະໂມສອນ ຈຳປາສັກ

– ກິ ມູນກັນຍາ ຈາກ ສະໂມສອນ ມາສເຕີ້ 7

– ພົມມະສອນ ນິລະວົງ ຈາກ ສະໂມສອນ ມາສເຕີ້ 7

– ກາດຳ ກອນເຍີ ຈາກ ສະໂມສອນ ຊ້າງນ້ອຍ

# ກອງກາງ:

– ບິນລີ້ ໂດນສະໜຸພິດ ຈາກ ສະໂມສອນ ເອສະຣາ

– ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ຈຳປາສັກ

– ຊາຍຄິດ ໂຄດໂຍທາ ຈາກ ສະໂມສອນ ມາສເຕີ້ 7

– ສູນດາວີ ແສງດາລາ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

– ປະລິນເດດ ເພັດຕະກູນ ຈາກ ສະໂມສອນ ມາສເຕີ້ 7

– ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ເອສະຣາ

– ວົງເດືອນ ສຸລິບັນ ຈາກ ສະໂມສອນ ມາສເຕີ້ 7

– ພຸດທະສັກ ສີຫາໂຄດ ຈາກ ສະໂມສອນ ບໍ່ແກ້ວ

# ກອງໜ້າ:

– ພະຍັກ ສີພະນົມ Chainat Hornbill Football Club

– ຊີການດາ ໄຊສົງຄາມ ຈາກ ສະໂມສອນ ຈຳປາສັກ

– ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ມາສເຕີ້ 7

– ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນ ມາສເຕີ້ 7

– ທະນາກອນ ຈັນທະວົງ ຈາກ ສະໂມສອນ ວຽງຈັນ ເອັຟທີ

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມ ແລະ ແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.

– ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

– ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

– ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

– ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

– ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

– ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ.

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

ກຳນົດການເດີນທາງຂອງທີມຊາດລາວ ແມ່ນຈະອອກເດີນທາງ ໃນຕອນບ່າຍວັນທີ 18 ມິຖຸນາ 2024 ແລະ ຈະພັກຢູ່ທີ່ປະເທດໄທ 1 ມື້ ຫຼັງຈາກນັ້ນ, ຈະເດີນທາງຈາກ ປະເທດໄທ ໄປສູ່ ປະເທດອິນໂດເນເຊຍ ໃນຕອນເຊົ້າ ວັນທີ 19 ມິຖຸນາ 2024.

ທີ່ມາ: ສຕລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version