Wednesday, October 23, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ເປັນປະເທດທີ່ນຳໃຊ້ AI ໄວທີ່ສຸດໃນໂລກ

ຍີ່ປຸ່ນ ເປັນປະເທດທີ່ນຳໃຊ້ AI ໄວທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາ, ທ່ານນາງ ມິກິ ສຶຊາກະ ປະທານບໍລິສັດ ໄມໂຄຣຊັອຟ ເຈແປນ (Microsoft Japan) ເປີດເຜີຍວ່າ: ຍີ່ປຸ່ນເປັນປະເທດໜຶ່ງທີ່ມີການນໍາໃຊ້ເຄື່ອງມືປັນຍາປະດິດ (AI) ເພີ່ມຂຶ້ນໄວທີ່ສຸດໃນໂລກ ຊຶ່ງຈະຊ່ວຍເພີ່ມຄວາມສາມາດໃນການຂະຫຍາຍຕົວທາງເສດຖະກິດ ລວມເຖິງເຕັກໂນໂລຊີໃຫ້ກ້າວໜ້າຍິ່ງຂຶ້ນ.

ທ່ານນາງ ມິກິ ສຶຊາກະ ກ່າວວ່າ: ການໃຊ້ດີຈີຕອນໃນຍີ່ປຸ່ນເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ ຊຶ່ງເປັນໄລຍະທີ່ທຸລະກິດຕ່າງໆຕ້ອງປັບຕົວກັບການເຮັດວຽກຢູ່ເຮືອນ (work-from-home), ໂດຍໃຫ້ຂໍ້ສັງເກດວ່າ: ສະຖານະການດັ່ງກ່າວເຮັດໃຫ້ຍີ່ປຸ່ນຫຍັບຂຶ້ນມາເປັນປະເທດທີ່ນຳໃຊ້ເຕັກໂນໂລຊີດີຈີຕອນລະດັບແຖວໜ້າ ຫຼັງຈາກກ່ອນໜ້ານີ້ເຄີຍຕາມຫຼັງປະເທດອື່ນ.

ທ່ານນາງ ມິກິ ສຶຊາກະ ກ່າວກັບນັກຂ່າວວ່າ: ຍີ່ປຸ່ນຕາມທັນແລ້ວ ແລະ ຄິດວ່າເສດຖະກິດຍີ່ປຸ່ນຈະຂະຫຍາຍຕົວໄວຂຶ້ນນັບແຕ່ນີ້ໄປ ເນື່ອງຈາກເຕັກໂນໂລຊີເປີດໂອກາດໃຫ້ເຮົາໄດ້ເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນ, ພວກເຮົາມີຄົນບໍ່ພໍ ແລະ ປະຊາກອນອາຍຸສູງກໍກຳລັງເພີ່ມຂຶ້ນເລື້ອຍໆ ແຕ່ປັນຍາປະດິດກໍມີຄວາມສາມາດໃນການເລັ່ງການຂະຫຍາຍຕົວທາງເສດຖະກິດໄດ້.

ທັງນີ້, ທ່ານນາງ ມິກິ ສຶຊາກະ ກ່າວຕື່ມວ່າ: ພວກເຮົາມີຄວາມສົນໃຈໃນການຊ່ວຍຍົກລະດັບທັກສະໃຫ້ກັບແຮງງານເພດຍິງໃນທ້ອງຖິ່ນຂອງຍີ່ປຸ່ນ ຊຶ່ງເປັນ 1 ໃນ 4 ເປົ້າໝາຍຂອງໄມໂຄຣຊັອຟ ເຈແປນ ໂດຍທາງບໍລິສັດຈະໃຫ້ທຶນມູນຄ່າ 2,9 ຕື້ໂດລາ ໃນອີກສອງປີຂ້າງໜ້າ ເພື່ອພັດທະນາສູນຂໍ້ມູນ AI ໃນປະເທດຍີ່ປຸ່ນ.

ນອກຈາກນີ້, ທ່ານນາງ ມິກິ ສຶຊາກະ ລະບຸວ່າ: ໄມໂຄຣຊັອຟ ເຮັດວຽກຮ່ວມກັບລັດຖະບານ ແລະ ທຸລະກິດຕ່າງໆຂອງຍີ່ປຸ່ນ ທັງໃນລະດັບທ້ອງຖິ່ນ ແລະ ລະດັບປະເທດ ເພື່ອສ້າງຄວາມເຊື່ອ ໝັ້ນວ່າເຕັກໂນໂລຊີ AI ມີການໃຊ້ງານຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ. ນອກຈາກນີ້, ທ່ານຍັງກ່າວວ່າ AI ເປັນພາກສ່ວນໃໝ່ທີ່ຈະເຂົ້າມາປະຕິວັດວົງການເຕັກໂນໂລຊີຢ່າງຫຼີກລ່ຽງບໍ່ໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments