Thursday, October 24, 2024
Homeຂ່າວໜ້າໜຶ່ງຮອງປະທານປະເທດ ຢ້ຽມຢາມໂຄງການລົງທຶນຂະໜາດໃຫຍ່ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ

ຮອງປະທານປະເທດ ຢ້ຽມຢາມໂຄງການລົງທຶນຂະໜາດໃຫຍ່ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ

ວັນທີ 16 ມິຖຸນານີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເດີນທາງມາຢ້ຽມຢາມການພັດທະນາພື້ນຖານໂຄງລ່າງ ຢູ່ຕາມທ້ອງຖິ່ນຂອງແຂວງສະຫວັນນະເຂດ, ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມການນຳຂອງແຂວງ,ໃນໂອກາດນີ້ ທ່ານ ຮອງປະທານປະເທດ ພ້ອມດ້ວຍຄະນະການນຳຂອງແຂວງໄດ້ລົງເບິ່ງການກໍ່ສ້າງສ້ອມແປງເສັ້ນທາງ ເລກທີ 28 ເອ, ຢ້ຽມໂຄງການຂຸດຄົ້ນຄຳ-ທອງ ເມືອງວິລະບູລີ, ການປູກໝາກກ້ຽງຂອງປະຊາຊົນບ້ານນາຫອຍ ແລະຮ່ວມປູກຕົ້ນໄມ້ເປັນທີ່ລະນຶກ ທີ່ແຄມໜອງ ວັງແທ່ນຄຳ ເມືອງວິລະບູລີ.

ທ່ານ ສຸວັນ ແສງຈຳພອນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ກໍໄດ້ລາຍງານການຈັດຕັ້ງປະຕິບັດໂຄງການ ຟື້ນຟູ ແລະສ້ອມແປງເສັ້ນທາງເລກທີ 28 ເອ ແຕ່ແຍກທາງເລກ ທີ 9 ບ້ານນາບໍ່ ເມືອງເຊໂປນ ຫາ ເທສະບານເມືອງວິລະບູລີ ທີ່ມີລວງຍາວ 40 ກິໂລແມັດ, ເປັນທາງສາຍຫຼັກຂອງປະຊາຊົນ ແລະບໍລິສັດ ບໍ່ຄໍາ – ທອງ ເຊໂປນ ໃຊ້ໃນການຄົມມະນາຄົມ, ດັ່ງນັ້ນ, ຈຶ່ງໄດ້ຮັບການ ຟື້ນຟູ ແລະສ້ອມແປງ ເຊິ່ງໄດ້ແບ່ງອອກບັນ 2 ໄລຍະ ໃນການຈັດຕັ້ງປະຕິບັດ ຄື: ໄລຍະທີ 1 ໄລຍະ ການຈັດຕັ້ງປະຕິບັດໂຄງການ 24 ເດືອນ ເລີ່ມແຕ່ວັນ 1 ກໍລະກົດ 2022 ຫາ 30 ມິຖຸນາ 2024 ມີມູມຄ່າຂອງໂຄງການ 64 ຕື້ 362 ລ້ານກ່ວາກີບ.

ໃນເວລາຕໍ່ມາ, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທ່ານເຈົ້າເມືອງວິລະບູລີ ກໍໄດ້ນຳພາທ່ານຮອງປະທານປະເທດ ຢ້ຽມຢາມໂຄງການຂຸດຄົ້ນຄຳ-ທອງ ເຊໂປນ ເມືອງວິລະບູລີ ໂດຍມີທ່ານ ໂຈຊິງປິງ ຮອງປະທານບໍລິສັດຊີເຝີງ ແລະ ທ່ານ ສະໝານ ອາເນກາ ຜູ້ອຳນວຍການໃຫຍ່ບໍລິສັດ ລ້ານຊ້າງມີເນໂຣນ ໃຫ້ການຕ້ອນຮັບ ແລະໄດ້ລາຍງານກ່ຽວກັບການສືບຕໍ່ສຳຫຼວດ ແລະຂຸດຄົ້ນບໍ່ຄຳ-ທອງ, ນັບແຕ່ປີ 2004 ລັດຖະບານລາວ ໄດ້ຖືຫຸ້ນໃນບໍລິສັດ ລ້ານຊ້າງມິເນໂຣນສ໌ ຈຳກັດ ຫຼື MMG ເປັນຈຳນວນ 10%. ເລີ່ມແຕ່ປີ 2018 ບໍລິສັດ ຊື່ເຟີ່ງ ຈີ່ຫຼົງ ຂຸດຄົ້ນຄຳ ໄດ້ເຂົ້າມາຊື້ຫຸ້ນ 90% ຈາກ MMG, ປັດຈຸບັນ ກໍາລັງຂະຫຍາຍການດໍາເນີນໂຄງການ ແລະ ທຸລະກິດໂດຍສຸມໃສ່ການເພີ່ມການຂຸດຄົ້ນບໍ່ແຮ່ ໂດຍມີຫົວ ຄິດປະດິດສ້າງ, ມີການປັບປຸງປະສິດທິພາບ, ປະສິດທິຜົນ ແລະ ຍຸດທະສາດໃນການຮ່ວມມື.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ມີການຊັກຖາມກ່ຽວກັບໂຄງການຂຸດຄົ້ນ, ການປະກອບສ່ວນພັດທະນາທ້ອງຖິ່ນ ພັດທະນາພື້ນຖານໂຄງລ່າງຕ່າງໆ, ສະແດງຄວາມດີໃຈທີ່ມີທຶນສະໜັບສະໜູນການພັດທະນາຊຸມຊົນທ້ອງຖິ່ນ ແລະ ແຂວງ ແລະ ທ່ານຮອງປະທານປະເທດກໍໄດ້ແນະນຳຫຼາຍບັນຫາຕໍ່ການມອບພັນທະໃຫ້ລັດຖະບານ ຊຶ່ງຈະຕ້ອງໄດ້ຈັດສັນປັນສ່ວນຢ່າງຄັກແນ່ ແລະ ໃຫ້ເປັນໄປຕາມຄວາມຮຽກ ຮ້ອງຕ້ອງການຂອງຂອງການຊົມໃຊ້ງົບປະມານໃນລະດັບທ້ອງຖິ່ນ ແລະ ຂັ້ນສູນກາງ ແລະ ບັນຫາອື່ນໆ.

ໃນເວລາຕໍ່ມາ, ທ່ານຮອງປະທານປະເທດ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມສວນໝາກກ້ຽງຂອງປະຊາຊົນບ້ານນາຫອຍ, ຕາມການລາຍງານຂອງວິຊາການ ຫ້ອງການກະສິກຳ ແລະປ່າໄມ້ເມືອງວິລະບູລີ ໃຫ້ຮູ້ວ່າ: ໃນປີ 2014 ບໍລິສັດລ້ານຊ້າງມິເນໂຣນ ໄດ້ຄັດເລືອກເອົາບໍລິສັດ ໄອເລີກບາກລາວ ເຂົ້າມາທົດລອງການປູກ ແລະ ໃນປີດຽວກັນກໍໄດ້ເລີ່ມກ້າເບ້ຍ ຈໍານວນ 25 ພັນເບ້ຍ, ໃນໄລຍະລໍຖ້າຕິດຕາມ, ປູກທົດລອງປີ 2015 ມີ 1.200 ຕົ້ນ ທີ່ນໍາເຂົ້າຈາກປະເທດອົດສະຕຣາລີ ຊຶ່ງມີແນວພັນ ເລມ້ອນ, ຟີມ້ອນ, ອາຟາໂລ້ ໂດຍບໍລິສັດລ້ານຊ້າງເປັນຜູ້ໃຫ້ທຶນ ມີ 12 ຄອບຄົວ, ມີເນື້ອທີ່ 2 ເຮັກຕາ, ມາຮອດປັດຈຸບັນ ມີ 5 ບ້ານ, ມີ 64 ຄອບຄົວ, ມີເນື້ອທີ່ທັງໝົດ 73 ເຮັກຕາ, ສະເລ່ຍຜົນຜະລິດໄດ້ທັງໝົດ 500 ກວ່າໂຕນ, ຄິດເປັນມູນຄ່າ 4,5 ຕື້ກວ່າກີບ. ບັນຫາທີ່ພົບແມ່ນນໍ້າບໍ່ພຽງພໍ; ປັດຈຸບັນທົ່ວເມືອງມີກຸ່ມການຜະລິດ 21 ກຸ່ມ ໃນນັ້ນ, ກຸ່ມປູກໝາກກ້ຽງ 4 ກຸ່ມ, ກຸ່ມປູກຜັກ 12 ກຸ່ມ, ກຸ່ມລ້ຽງເຜິ້ງ 3 ກຸ່ມ, ກຸ່ມລ້ຽງໝູ 1 ກຸ່ມ, ກຸ່ມລ້ຽງປາ 1 ກຸ່ມ, ສ້າງໄດ້ 1 ສະຫະກອນ ຄືສະຫະກອນກະສິກໍາໝາກກ້ຽງຫວານວິລະບູລີ.

ຫຼັງຈາກນັ້ນ, ທ່ານຮອງປະທານປະເທດແຫ່ງ ສປປລາວ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ຮ່ວມປ່ອຍປາ ແລະ ປູກຕົ້ນດອກເຂົ້າໝ່າ ຢູ່ແຄມໜອງວັງແທ່ນຄຳ ຊຶ່ງເປັນໜອງອະນຸລັກຂອງເມືອງວິລະບູລີ, ຢ້ຽມຊົມເຮືອນຜູ້ໄທ ທີ່ອະນຸລັກຮັກສາສິ່ງຂອງ ຮີດຄອງປະເພນີ ຂອງເຜົ່າຜູ້ໄທ. ເວລາຕໍ່ມາ, ທ່ານຮອງປະທານປະເທດ ແລະ ຄະນະການນຳຂອງແຂວງກໍໄດ້ລົງພົບປະຄະນະບໍລິຫານງານຂອງບໍລິສັດຊັນເປເປີໂຮນດິ້ງລາວຈຳກັດ ທີ່ຕັ້ງຢູ່ເມືອງເຊໂປນ ຊຶ່ງເປັນໂຮງງານຜະລິດເຈ້ຍຄົບວົງຈອນ ຊຶ່ງໄດ້ເຂົ້າເບິ່ງຂັ້ນຕອນການຜະລິດ ແລະ ລົງເບິ່ງລະບົບການປູກໄມ້ວິກທີ່ໃຊ້ລະບົບການປູກແບບທັນສະໄໝຂອງໂຮງ ງານແຫ່ງນີ້ອີກດ້ວຍ. (ຂ່າວ: ສະຫວັນນະເຂດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments