Wednesday, October 23, 2024
Homeຂ່າວຕ່າງປະເທດລາຄານ້ຳມັນເພີ່ມຂຶ້ນກວ່າ 2% ສະແດງເຖິງທ່າອ່ຽງຄວາມຕ້ອງການນໍ້າມັນ

ລາຄານ້ຳມັນເພີ່ມຂຶ້ນກວ່າ 2% ສະແດງເຖິງທ່າອ່ຽງຄວາມຕ້ອງການນໍ້າມັນ

ສຳນັກຂ່າວສານຫວຽດນາມ ປະຈຳ ອາເມຣິກາ ໃຫ້ຮູ້ວ່າ: ລາຄານ້ຳມັນໃນຮອບຊື້-ຂາຍ ໃນວັນທີ 17 ມິຖຸນາ ຜ່ານມາ ໄດ້ເພີ່ມຂຶ້ນກວ່າ 2%, ເມື່ອບັນດາຕະຫຼາດສົ່ງສັນຍານເຖິງຄວາມຕ້ອງການທີ່ດີຂຶ້ນ.

ຂ່າວລະບຸວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ, ນ້ຳມັນເບຣນ (Brent) ຊື້-ຂາຍກັນໃນລາຄາ 84,42 ໂດລາ/ບາເຣນ, ເພີ່ມຂຶ້ນ 1,80 ໂດລາ/ບາເຣນ ເທົ່າກັບ 2,18% ທຽບໃສ່ໄລຍະຮອບຂອງການຊື້-ຂາຍກ່ອນໜ້ານີ້. ນ້ຳມັນ WTI ຂອງ ອາເມຣິກາ ກໍເພີ່ມຂຶ້ນ 1,80 ໂດລາ/ບາເຣນ, ເປັນ 79,85 ໂດລາ/ບາເຣນ, ເທົ່າກັບເພີ່ມຂຶ້ນ 2,31%.

ໃນອາທິດຜ່ານມາ, ນ້ຳມັນດິບໄດ້ບັນທຶກລາຄາເພີ່ມຂຶ້ນເປັນຄັ້ງທຳອິດໃນຮອບໜຶ່ງເດືອນ. ຫຼັງຈາກທີ່ມີຂໍ້ມູນການຄາດຄະເນໃນທາງບວກຂອງຄວາມຕ້ອງການການບໍລິໂພກໃນ 6 ເດືອນທ້າຍປີ 2024.

ບົດລາຍງານປະຈຳເດືອນຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ເປີດເຜີຍໃຫ້ຮູ້ວ່າ: ຄວາມຕ້ອງການນ້ຳມັນຈະເພີ່ມຂຶ້ນ 2,25 ລ້ານບາເຣນ/ວັນ ໃນປີ 2024 ແລະ 1,85 ລ້ານບາເຣນ/ວັນ ໃນປີ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments