Thursday, October 24, 2024
Homeຂ່າວໜ້າໜຶ່ງຮັບຮອງແຜນປັບປຸງຄວາມໝັ້ນຄົງດ້ານສຸຂະພາບໂດຍການສ້າງຄວາມເຂັ້ມແຂງ ຂອງລະບົບທີ່ຍືນຍົງ

ຮັບຮອງແຜນປັບປຸງຄວາມໝັ້ນຄົງດ້ານສຸຂະພາບໂດຍການສ້າງຄວາມເຂັ້ມແຂງ ຂອງລະບົບທີ່ຍືນຍົງ

ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ ຈັດພິທີຮັບຮອງແຜນງານການປັບປຸງຄວາມໝັ້ນຄົງດ້ານສຸຂະພາບ ໂດຍການສ້າງຄວາມເຂັ້ມແຂງຂອງລະບົບທີ່ຍືນຍົງ ແລະ ການຮ່ວມມືຫລາຍພາກສ່ວນໃນ ສປປ ລາວ ໃນວັນທີ 17 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ດຣ ທິມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງໃນການຮ່ວມມືຄັ້ງນີ້, ອົງການ USAID ໄດ້ມີເຈດຈຳນົງຈະໃຫ້ການສະໜັບສະໜູນເປັນມູນຄ່າ 10 ລ້ານ ໂດລາສະຫະລັດ ໃນໄລຍະເວລາ 5 ປີ.

ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ໃຫ້ຮູ້ວ່າ: ການເພີ່ມທະວີຄວາມໝັ້ນຄົງດ້ານສຸຂະພາບ ແລະ ການປົກປ້ອງສຸຂະພາບຂອງປະຊາຊົນ ຖືເປັນວຽກງານທີ່ເປັນບູລິມະສິດທີ່ສໍາຄັນອັນດັບໜຶ່ງຂອງ ສປປ ລາວ, ເມື່ອອີງໃສ່ຂໍ້ມູນທາງດ້ານລະບາດວິທະຍາ ເຫັນວ່າ ໃນປີ 2023, ສປປ ລາວ ພວກເຮົາໄດ້ຜະເຊີນກັບການລະບາດຂອງພະຍາດ ແລະ ເຫດການສຸກເສີນທາງດ້ານສາທາລະນະສຸກອື່ນໆ ຫລາຍກວ່າ 30 ຄັ້ງ. ຕໍ່ເຫດການດັ່ງກ່າວ, ໄລຍະຜ່ານມາ ກະຊວງສາທາລະນະສຸກ ກໍຄື ລັດຖະບານ ກໍໄດ້ສຸມໃສ່ການກໍານົດມາດຕະການກັນ ແລະ ຄວບຄຸມພະຍາດຕິດຕໍ່ ກໍຄື ເຫດການສຸກເສີນທາງດ້ານສາທາ ລະນະສຸກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເປັນຕົ້ນ ການສ້າງແຜນຄວາມກຽມພ້ອມໃນການໂຕ້ຕອບຕໍ່ການລະບາດຢ່າງເປັນປະຈໍາແຕ່ລະປີ ເພື່ອເສີມສ້າງຄວາມກຽມພ້ອມ ແລະ ຄວາມສາມາດໃນການຮອງຮັບຕໍ່ເຫດການສຸກເສີນດ້ານສາທາລະສຸກ ກໍຄື ຄວາມໝັ້ນຄົງດ້ານສຸຂະພາບ. ພ້ອມກັນນີ້, ຍັງໄດ້ນໍາເອົາບົດຮຽນ ແລະ ປະສົບການຈາກການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເພື່ອມາຜັນຂະຫຍາຍເປັນແນວທາງໃນການກໍານົດແຜນຍຸດທະສາດ ທີ່ແທດເໝາະກັບສະພາບຕົວຈິງ ແລະ ພ້ອມທີ່ຈະນໍາໃຊ້ໃນຕໍ່ໜ້າ ເພື່ອສະໜັບສະໜູນໃຫ້ວຽກງານດັ່ງກ່າວ ທັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

ທ່ານ ນາງ ແຮັດເຕີ ວາເຣຍອາວາ ກໍໄດ້ມີຄຳເຫັນວ່າ: ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາທີ່ຈະຮ່ວມມືກັບ ສປປ ລາວ ໃນວຽກງານການເພີ່ມທະວີຄວາມໝັ້ນຄົງດ້ານສຸຂະພາບ. ທຶນຊ່ວຍເຫລືອນີ້ຈະຊ່ວຍສະໜັບສະໜູນ ສປປ ລາວ ໃນການສ້າງລະບົບສາທາລະນະສຸກໃຫ້ໝັ້ນຄົງ ແລະ ກະກຽມຄວາມພ້ອມຮັບມືກັບການລະບາດຂອງພະຍາດ ທີ່ອາດເກີດຂຶ້ນໃນອະນາຄົດ ເຊິ່ງທຶນຊ່ວຍເຫລືອໄລ ຍະໃໝ່ນີ້ ຈະໄດ້ນຳໄປສະໜັບສະໜູນການປະຕິບັດວຽກງານຕ່າງໆ ເຊິ່ງກວມເອົາວຽກງານການເຝົ້າລະ ວັງພະຍາດ ແລະ ການປະເມີນຄວາມສ່ຽງ, ການພັດທະນາຂີດຄວາມສາມາດຂອງຫ້ອງວິເຄາະ, ການປ້ອງກັນ ແລະ ໂຕ້ຕອບຕໍ່ເຫດການສຸກເສີນດ້ານສາທາລະນະສຸກ, ການສື່ສານ ແລະ ການຮ່ວມມືຫລາຍຂະແໜງການ.

ທ່ານ ດຣ ທິມ ອາມສະຕຣອງ ກໍໄດ້ກ່າວວ່າ: ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງຕົນ ໃນການໂຕ້ຕອບຕໍ່ການລະບາດຂອງພະຍາດ ແລະ ໄພຂົ່ມຂູ່ດ້ານສຸຂະພາບຕ່າງໆ. ເຖິງຢ່າງໃດກໍຕາມ, ບໍ່ມີປະເທດໃດທີ່ມີພູມຄຸ້ມກັນຕໍ່ເຫດເຫລົ່ານີ້ໄດ້. ສະນັ້ນ, ພວກເຮົາຕ້ອງເຝົ້າລະວັງຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ, ການລະບາດຂອງພະ ຍາດໂຄວິດ-19 ທີ່ຜ່ານມາ ໄດ້ເຮັດໃຫ້ເຫັນເຖິງຄວາມຈຳເປັນ ໃນການສືບຕໍ່ແກ້ໄຂຂໍ້ຄົງຄ້າງ ແລະ ການຊ່ວຍເຫລືອຄັ້ງສຳຄັນ ຈາກອົງການ USAID ໃນຄັ້ງນີ້ ກໍຖືເປັນບາດກ້າວສຳຄັນອັນໜຶ່ງທີ່ເຮັັດໃຫ້ເຮົາກ້າວເຂົ້າໃກ້ເປົ້າໝາຍດັ່ງກ່າວຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments