Wednesday, October 23, 2024
Homeຂ່າວຕ່າງປະເທດຈີ 7 ເລີ່ມຕົ້ນ ຂໍ້ລິເລີ່ມຄວາມໝັ້ນຄົງ ດ້ານສະບຽງອາຫານທົ່ວໂລກ

ຈີ 7 ເລີ່ມຕົ້ນ ຂໍ້ລິເລີ່ມຄວາມໝັ້ນຄົງ ດ້ານສະບຽງອາຫານທົ່ວໂລກ

ສຳນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເມື່ອບໍ່ດົນມານີ້ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ ຈີ 7 (G7) ໄດ້ຈັດຂຶ້ນ ຢູ່ ບໍຣໂກ ເອກນາເຊຍ (Borgo Egnazia) ທາງພາກໃຕ້ອິຕາລີ, ໂດຍມີບັນດາຜູ້ນຳຂອງ ກຸ່ມ 7 ເຂົ້າຮ່ວມ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານການຂາດສານອາຫານໃນທົ່ວໂລກ. ໂດຍຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນສະພາບການປະທະກັນ ລະຫວ່າງຣັດເຊຍ-ອູແກຣນ ພວມເຮັດໃຫ້ບັນດາບັນຫາ ກ່ຽວກັບສະບຽງອາຫານໃນທົ່ວໂລກໄດ້ຜະເຊີນຢ່າງຮ້າຍແຮງຕື່ມອີກ.

ຕາມຮ່າງຖະແຫຼງການ ທີ່ ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ: ຈີ 7 ຈະຊຸກຍູ້ ຂໍ້ລິເລີ່ມ ລະບົບ ອາຫານ ຈີ 7 Apulia (AFSI) ເພື່ອຜ່ານຜ່າ ບັນດາ ຮົ້ວກີດຂວາງ “ທີ່ມີ ລັກສະນະ ໂຄງສ້າງ” ສຳລັບ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ແລະ ໂພຊະນາການ. ໃນຂະນະທີ່ ຂໍ້ລິເລີ່ມນີ້ ໄດ້ສຸມໃສ່ ບັນດາ ປະເທດ ທີ່ມີ ລາຍຮັບຕ່ຳ ແລະ ໜູນຊ່ວຍບັນດາ ໂຄງການ ຢູ່ ອາຟຣິກາ.

ນອກນັ້ນ ບັນດາ ປະເທດ ຝ່າຍຕາເວັນຕົກ ກໍໄດ້ໃຫ້ ຄຳໝັ້ນສັນຍາ ຕໍ່ເລື່ອງ ຫລຸດ ຜ່ອນອັດຕາ ດອກເບ້ຍ ເງິນກູ້ ໃຫ້ບັນດາ ປະເທດ ທຸກຍາກກວ່າ ໂດຍຜ່ານ ບັນດາ ກົນໄກຄື ຫລຸດຜ່ອນ ໜີ້ສິນ ຂອງ ບັນດາ ປະເທດ ພວມພັດທະນາ ເພື່ອແລກເອົາ ບັນດາ ໂຄງການ “ສີຂຽວ” ເພື່ອປົກປັກ ຮັກສາ ບັນດາ ລະບົບ ນິເວດ ທີ່ ສຳຄັນແລະອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments