Thursday, October 24, 2024
Homeຂ່າວໜ້າໜຶ່ງປະທານປະເທດ ສສ ຫວຽດນາມ ຕ້ອນຮັບທູດບັນດາປະເທດອາຊຽນ ແລະ ຕີມໍ-ແລັດສະເຕ

ປະທານປະເທດ ສສ ຫວຽດນາມ ຕ້ອນຮັບທູດບັນດາປະເທດອາຊຽນ ແລະ ຕີມໍ-ແລັດສະເຕ

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ເອກອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ຕີມໍ-ແລັດສະເຕ ປະຈຳ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ໂຕ ເລິມ ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົນໃໝ່.

ໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າເອກອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ຕີມໍ-ແລັດສະເຕ ສະແດງຄວາມຊົມເຊີຍ ແລະ ນຳເອົາຄວາມຊົມເຊີຍຈາກຜູ້ນຳພັກ, ລັດ ລາວ ແລະ ຜູ້ນຳບັນດາປະເທດອາຊຽນ ເຖິງທ່ານປະທານປະເທດຄົນໃໝ່ຂອງຫວຽດນາມ ໂດຍທ່ານໄດ້ເນັ້ນໜັກວ່າ: ການເຂົ້າຮ່ວມເປັນສະມາຊິກອາຊຽນ ເກືອບ 30 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ ກໍຄື ການກໍ່ສ້າງວິໄສທັດອາຊຽນ ຫລັງປີ 2025. ອາຊຽນແມ່ນເປັນແກ່ນສານຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບໃນຂົງເຂດ; ການແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ການຮ່ວມມືແມ່ນເປັນວິທີທີ່ດີສຸດ ໃນການແກ້ໄຂບັນຫາທາງການເມືອງ ແລະ ເສດຖະກິດໃນປັດຈຸບັນ. ຄຳຂວັນຂອງການເປັນປະເທດອາຊຽນ ປີ 2024 ຂອງ ສປປ ລາວ ແມ່ນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ໃຫ້ບຸລິມະສິດການເພີ່ມທະວີການເຊື່ອມໂຍງທາງດ້ານເສດຖະກິດ, ສ້າງຄວາມເຂັ້ມ ແລະ ໃຫ້ຄວາມສຳຄັນຕໍ່ການເປັນໃຈກາງຂອງອາຊຽນ. ພ້ອມນີ້, ທ່ານທູດຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ບັນດາປະເທດອາຊຽນ ຈະໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບໃນຂົງເຂດ.

ທ່ານ ໂຕ ເລິມ ປະທານປະເທດ ສສ ຫວຽດນາມຄົນໃໝ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ການສະແດງຄວາມຊົມເຊີຍຂອງບັນດາການນຳ ແລະ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ຕີມໍ-ແລັດສະເຕ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມປິຕິຍິນດີຕໍ່ການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມທັງສະແດງຄວາມຫວັງວ່າ, ເອກອັກຄະລັດຖະທູດບັນດາປະເທດອາຊຽນຈະເປັນຂົວຕໍ່ອັນສຳຄັນ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດອາຊຽນໃຫ້ຫລາຍຂຶ້ນກວ່າເກົ່າ, ພ້ອມກັນສ້າງປະຊາຄົມອາຊຽນ ໃຫ້ເປັນປະຊາຄົມຄວາມສາມັກຄີ, ເຂັ້ມແຂງ, ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພ້ອມກັນພັດທະນາໃນຂົງເຂດ ແລະ ໃນໂລກ. ໃນໂອກາດນີ້, ທ່ານປະທານປະເທດຫວຽດ ນາມ ກໍໄດ້ສະແດງຄວາມຊົມເຊີຍ ສປປ ລາວ ໃນການປະຕິບັດບົດບາດການເປັນປະທານອາຊຽນ 2024 ຂອງຕົນດ້ວຍຄວາມຫ້າວຫັນ ແລະ ເອົາໃຈໃສ່ເປັນຢ່າງດີ ແລະ ໄດ້ອວຍພອນໃຫ້ ສປປ ລາວ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດອັນຈົບງາມ ໃນການເປັນປະທານກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມລັດຖະສະພາອາຊຽນ ໃກ້ຈະມາເຖິງນີ້.

ຂ່າວ-ພາບ: ສະຖານທູດລາວ ປະຈຳຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments