Thursday, October 24, 2024
Homeຂ່າວໜ້າໜຶ່ງທົ່ວປະເທດ ມີຄອບຄົວພົ້ນທຸກແລ້ວ 83,13%

ທົ່ວປະເທດ ມີຄອບຄົວພົ້ນທຸກແລ້ວ 83,13%

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ມິຖຸນາ 2024 ວ່າ:

ມາຮອດປີ 2023 ຜ່ານມາ ທົ່ວປະເທດມີຄອບຄົວພົ້ນທຸກ 1.026.083 ຄອບຄົວ ກວມ 83,13%, ຄອບຄົວຍັງບໍ່ພົ້ນທຸກຍັງເຫຼືອ 208.231 ຄອບຄົວ ກວມ 16,87% ຂອງຈໍານວນຄອບຄົວທັງໝົດ; ໃນນັ້ນ, ບ້ານພົ້ນທຸກ 5.855 ບ້ານ ກວມ 69,69%, ບ້ານບໍ່ພົ້ນທຸກຍັງເຫຼືອ 2.547 ບ້ານ ກວມ 30,31% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ, ເມືອງພົ້ນທຸກ ມີ 71 ເມືອງ ກວມ 48%, ເມືອງບໍ່ພົ້ນທຸກຍັງເຫຼືອ 77 ເມືອງ ກວມ 52% ຂອງຈໍານວນເມືອງທັງໝົດໃນທົ່ວປະເທດ.

ສ່ວນຄອບຄົວພັດທະນາ 841.454 ຄອບຄົວ ກວມ 68,17% ຂອງຈໍານວນຄອບຄົວທັງໝົດ; ບ້ານພັດທະນາ 2.828 ບ້ານ ກວມ 33,66% ຂອງຈໍານວນບ້ານທັງໝົດ; ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 31 ຈຸດ ແລະ ມີເມືອງເຂັ້ມແຂງຮອບດ້ານ 9 ເມືອງ ກວມ 6,08% ຂອງຈໍານວນເມືອງ ທັງໝົດໃນທົ່ວປະເທດ.

#ຂ່າວອອນລາຍ#ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments