Thursday, October 24, 2024
Homeຂ່າວພາຍໃນສ້າງຂີດຄວາມສາມາດໃຫ້ເຈົ້າໜ້າທີ່ຂອງລາວ ໃນວຽກງານຕ້ານການຟອກເງິນ

ສ້າງຂີດຄວາມສາມາດໃຫ້ເຈົ້າໜ້າທີ່ຂອງລາວ ໃນວຽກງານຕ້ານການຟອກເງິນ

ກະຊວງການຕ່າງປະເທດ ຈັດຊຸດຝຶກອົບຮົມ ກ່ຽວກັບການຮ່ວມມືເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແລກປ່ຽນປະສົບການ ໃນການຈັດຕັ້ງປະຕິບັດການປະເມີນຂອງກຸ່ມອາຊີ-ປາຊີຟິກ (APG) ວ່າດ້ວຍ ການຕ້ານການຟອກເງິນ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ໃນລະຫວ່າງວັນທີ 12-13 ມິຖຸນາ 2024 ໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ມໍຣະກົດ ສຸຫວັດດີ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ ແລະ ທ່ານ ຣີຊາດ ຟີລິບປ້າ ປະທານ ແລະ ຜູ້ອຳ ນວຍການ ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ, ພ້ອມດ້ວຍ ຜູ້ຕາງໜ້າຈາກພາກ ສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ເຂົ້າຮ່ວມ.

ຊຸດຝຶກອົບຮົມ ໃນຄັ້ງນີ້, ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ໃຫ້ແກ່ເຈົ້າໜ້າທີ່ ກ່ຽວຂ້ອງຂອງ ສປປ ລາວ ກ່ຽວກັບວຽກງານການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ພັນທະ ພາຍໃຕ້ກົດໝາຍສາກົນ ໃນການຕໍ່ສູ້ຕ້ານອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສີດທິຜົນສູງຂຶ້ນກວ່າເກົ່າ. ທັງເປັນເວທີໃຫ້ແກ່ສຳມະນາກອນໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຕົວຈິງຮ່ວມກັນ ເພື່ອເຮັດໃຫ້ການປະຕິບັດ ໜ້າທີ່ຂອງຕົນສອດຄ່ອງກັບບັນດານິຕິກຳພາຍໃນ ຂອງ ສປປ ລາວ ແລະ ສົນທິສັນຍາສອງຝ່າຍ ແລະ ຫລາຍຝ່າຍ ທີ່ ສປປ ລາວ ເປັນພາຄີ.

ຊຸດຝຶກອົບຮົມ ດັ່ງກ່າວ, ມີວິທະຍາກອນ ມາຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ອົງການໄອຍະການປະຊາຊົນສູງສຸດ, ສຳນັກງານຕ້ານການຟອກເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ຊ່ຽວຊານຕ່າງປະເທດທີ່ມາຈາກ ສຳນັກງານປົກປ້ອງ ແລະ ປາບປາມການຟອກເງິນ, ອົງການໄອຍະການສູງສຸດ, ສຳນັກງານຕຳຫລວດ ແຫ່ງ ຣາຊະອານາຈັກໄທ ແລະ ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments