Thursday, October 24, 2024
Homeຂ່າວຕ່າງປະເທດສະໜາມບິນສາກົນຕ້າຊິ່ງ ປັກກິ່ງ ສາມາດຮອງຮັບຖ້ຽວບິນໄດ້ 900 ກວ່າຖ້ຽວຕໍ່ວັນ

ສະໜາມບິນສາກົນຕ້າຊິ່ງ ປັກກິ່ງ ສາມາດຮອງຮັບຖ້ຽວບິນໄດ້ 900 ກວ່າຖ້ຽວຕໍ່ວັນ

ສະໜາມບິນສາກົນຕ້າຊິ່ງ ປັກກິ່ງ ເລີ່ມກໍ່ສ້າງໃນເດືອນທັນວາ ປີ 2014 ແລະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 25 ເດືອນກັນຍາ 2019, ສະໜາມບິນແຫ່ງນີ້ເປັນສະໜາມບິນທີ່ໃຫ່ຍອັນດັບທີ 6 ຂອງໂລກ ແລະໃຫ່ຍທີ່ສຸດຂອງປະເທດຈີນ ເຊິ່ງມີອາຄານສະໜາມບິນທີ່ໃຫ່ຍທີ່ສຸດຂອງໂລກອີກດ້ວຍ ໂດຍມີເນື້ອທີ່ທັງໝົດ 7 ແສນ 7 ໝື່ນກວ່າຕາແມັດ. ເຈົ້າໜ້າທີ່ປະຊາສຳພັນແລະຂໍ້ມູນຂ່າວສານ ປະຈຳສະໜາມບິນແຫ່ງນີ້ລາຍງານໃຫ້ຮູ້ວ່າ: ນັບຕັ້ງແຕ່ເປີດບໍລິການເປັນຕົ້ນມາ ຖ້ຽວບິນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ມາຮອດເດືອນພຶດສະພາ 2024 ລວມຍອດສະສົມໄດ້ໃຫ້ບໍລິການຖ້ຽວບິນມີເຖິງ 897,000 ຖ້ຽວ, ຮອງຮັບຜູ້ໂດຍສານທັງພາຍໃນແລະຕ່າງປະເທດ 113 ລ້ານ 8 ແສນກວ່າຄົນ ແລະຂົນສົ່ງສິນຄ້າທັງຂາເຂົ້າ ແລະຂາອອກ 770,000 ກວ່າໂຕນ.

ປະຈຸບັນນີ້, ສະໜາມບິນສາກົນຕ້າຊິ່ງ ປັກກິ່ງ ສປ ຈີນ ສາມາດຮອງຮັບຖ້ຽວບິນທັງພາຍໃນ ແລະຕ່າງປະເທດໄດ້ເຖິງ 996 ຖ້ຽວຕໍ່ມື້ ໃນນີ້ມີ 65 ຖ້ຽວບິນຈາກສາຍການບິນຕ່າງປະເທດ. ແລະມີຈຸດໝາຍປາຍທາງການບິນທັງພາຍໃນແລະຕ່າງປະເທດ 180 ກວ່າເສັ້ນທາງ. ນອກຈາກນີ້, ສະໜາມບິນສາກົນຕ້າຊິ່ງປັກກິ່ງ ຍັງໄດ້ຮັບລາງວັນອາຄານສີຂຽວລະດັບຊາດປະຈຳປີ 2020 ຈາກກະຊວງເຄຫາແລະການພັດທະຕົວເມືອງ-ຊົນນະບົດ ຂອງຈີນ, ປີ 2020-2023 ໄດ້ຮັບລາງວັນຄວາມເພິ່ງພໍໃຈ ຈາກການປະເມີນຜົນສະໜາມບິນ ຂອງສະພາບໍລິຫານສະໜາມບິນສາກົນ ຫລື ( ACI ) 3 ປີຕິດຕໍ່ກັນ,ປີ 2022 ໄດ້ຮັບລາງວັນສະໜາມບິນທີ່ສະອາດທີ່ສຸດ ໃນອາຊີ-ປາຊີຟິກ, 2022-2023 ໄດ້ຮັບລາງວັນສະໜາມບິນນະວັດຕະກຳທັນສະໄໝ ປະຈຳປີ ຈາກ Sky Choice Travel ແລະ ລາງວັນອື່ນໆອີກຈາກ ACI .

#ເພັດສະຫມອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments