Saturday, July 27, 2024
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ 2024 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານຄະນະປະຈຳ ສະພາແຫ່ງຊາດ ໄດ້ຂຶ້ນມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍສະເໜີ ໃຫ້ລັດຖະບານ ສືບຕໍ່ແກ້ໄຂຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ ໂດຍສະເພາະ ແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າ ທີ່ຈຳເປັນ ເປັນຕົ້ນ ອາຫານ, ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ແລະ ພະນັກງານ-ລັດຖະກອນ, ພະນັກງານ ທະຫານ-ຕຳຫລວດ.

ທ່ານ ສົມມາດ ພົນເສນາ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂ ຫລາຍບັນຫາຄັນ ເພື່ອເຮັດໃຫ້ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ໂດຍສະເພາະ ໃຫ້ເລັ່ງແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດ-ສັງຄົມ ກໍຄື ບັນຫາໄພເງິນເຟີ້ ແລະ ລາຄາສິນຄ້າ ໂດຍໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາ ມາດຕະການ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ຕິດພັນກັບທຸກຂະແໜງການ ເປັນຕົ້ນ ມາດຕະການທາງດ້ານເງິນຕາ ລວມທັງມາດຕະການ ຕໍ່ອັດຕາແລກປ່ຽນ; ມາດຕະການດ້ານການເງິນ-ງົບປະມານ; ມາດຕະການດ້ານການຜະລິດ; ມາດຕະການດ້ານການຄ້າ; ມາດຕະການດ້ານຈິດຕະສາດ-ສັງຄົມ. ພ້ອມທັງ ໃຫ້ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານວັດທະນາທຳ-ສັງຄົມ ໂດຍສະເພາະ ເອົາໃຈໃສ່ການປັບປຸງຄຸນນະພາບການສຶກສາ, ການສະໜອງຄູສອນ, ການປະລະການຮຽນ, ການອຸດໜູນຄູ-ແພດອາສາສະໝັກ, ການສ້າງວຽກເຮັດງານທຳ, ການສະໜອງ ແລະ ຄວາມຕ້ອງການແຮງງານໃຫ້ມີຄວາມສົມດູນ ແລະ ຕອບສະໜອງຄວາມຕ້ອງການຂອງການພັດທະນາ ແລະ ການພັດທະນາຍົກລະດັບສີມືແຮງງານ; ຄົ້ນຄວ້າເພີ່ມເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ໃຫ້ສອດຄ່ອງກັບສະພາບ ເງິນເຟີ້ ແລະ ອັດຕາແລກປ່ຽນໃນປັດຈຸບັນ; ຄົ້ນຄວ້າເພີ່ມຄ່າແຮງງານຂັ້ນຕໍ່າໃຫ້ກໍາມະກອນ ແລະ ຜູ້ອອກແຮງງານ, ແກ້ໄຂບັນຫາຄວາມທຸກຍາກ ແລະ ຄ່າຄອງຊີບຂອງປະຊາຊົນ ທີ່ຖີບໂຕຂຶ້ນສູງ; ການປັບປຸງກອງທຶນປະກັນສຸຂະພາບ ແລະ ການຍົກສູງຄຸນນະພາບ ການບໍລິການ ຮັກສາສຸຂະພາບ.

ພ້ອມນີ້, ໃຫ້ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານສິ່ງແວດລ້ອມ ເປັນຕົ້ນ ບັນຫາຜົນກະທົບ ຈາກການຂຸດຄົ້ນແຮ່ທາດ ໃຫ້ມີມາດຕະການແກ້ໄຂຢ່າງເຂັ້ມງວດ ຕໍ່ບັນດາໂຄງການ ທີ່ໄດ້ຮັບການປະເມີນຢູ່ໃນປະເພດ C+ ແລະ C ໃຫ້ມີການໂຈະ ເພື່ອປັບປຸງແກ້ໄຂ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຢ່າງເຂັ້ມງວດ ແລະ ສະເໜີໃຫ້ລັດຖະບານ ພິຈາລະນາຄວບຄຸມ ແລະ ຫລຸດ ຜ່ອນການສົ່ງອອກວັດຖຸດິບບາງລາຍການ ທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນ ຂີ້ເບຍ ເເລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍໃນໃຫ້ພຽງພໍ ໂດຍສະເພາະ ການຜະລິດຫົວອາຫານສັດ. ພ້ອມທັງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍ ເພື່ອສ້າງສະພາບແວດລ້ອມການລົງທຶນ, ການດຳເນີນທຸ ລະກິດຢ່າງສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸດຕິທຳ, ສົ່ງເສີມການແຂ່ງຂັນ, ການລົງທຶນ FDI ດ້ວຍມາດຕະການບູລິມະສິດທີ່ແຂງແຮງ, ສືບຕໍ່ດຶງດູດເອົາການລົງທຶນ ຢ່າງມີຈຸດສຸມ ເພື່ອສ້າງໃຫ້ເກີດມີຖານການຜະລິດທີ່ໝັ້ນຄົງ, ມີການປຸງແຕ່ງ ໂດຍສະເພາະ ໂຄງການຜະລິດ ເພື່ອສົ່ງອອກໃນຂະແໜງ ການ ທີ່ ສປປ ລາວ ມີທ່າແຮງ; ເອົາໃຈໃສ່ຈັດສັນກອງທຶນທາງ ໃຫ້ສຳເລັດ ແລະ ສູ້ຊົນບູລະນະສ້ອມ ແປງເສັ້ນທາງທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ສຳເລັດ ເພື່ອຮັບປະກັນການຄົມມະນາຄົມ-ຂົນສົ່ງ ກັບຄືນສູ່ສະພາບປົກກະຕິໂດຍໄວ; ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດ ໃຫ້ແຂງແຮງຂຶ້ນກວ່າເກົ່າ, ພ້ອມທັງ ຄົ້ນຄວ້າປະເມີນຄືນບັນດາລາຍການສິນຄ້າ ທີ່ສາມາດຜະລິດໄດ້ ເປັນຕົ້ນ ຝຸ່ນ, ອາຫານສັດ, ສະບຽງອາຫານ ທີ່ຮັບປະກັນການສະໜອງ ແລະ ຊົມໃຊ້ ຢູ່ພາຍໃນໃຫ້ມີຄວາມພຽງພໍ ພ້ອມທັງມີກົນໄກປະສານສົມທົບ ລະຫວ່າງ ຂະແໜງກະສິກຳ ແລະ ປ່າໄມ້ ກັບຂະແໜງ ອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າກຳນົດມາດຕະການ ຈຳກັດການນໍາເຂົ້າສິນຄ້າ ໃນລາຍການທີ່ສາມາດຜະລິດໄດ້ຢູ່ພາຍໃນ ທົດແທນການນຳເຂົ້າ ເພື່ອສົ່ງເສີມການຜະລິດພາຍໃນໃຫ້ຫລາຍຂຶ້ນ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments