Saturday, July 27, 2024
Homeຂ່າວໜ້າໜຶ່ງຕົ້ນປີ 2024 ລັດຖະບານ ປະຕິບັດລາຍຮັບໄດ້ 25.957 ຕື້ກີບ ເທົ່າກັບ 52%

ຕົ້ນປີ 2024 ລັດຖະບານ ປະຕິບັດລາຍຮັບໄດ້ 25.957 ຕື້ກີບ ເທົ່າກັບ 52%

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ 2 ວຽກຈຸດສຸມ ທີ່ຕິດພັນກັບຂະແໜງການເງິນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ຄາດຄະເນ 6 ເດືອນຕົ້ນປີ 2024 ໂດຍສະເພາະ ດ້ານລາຍຮັບປັດຈຸບັນປະຕິບັດໄດ້ 25.957 ຕື້ກີບ ເທົ່າກັບ 52% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 64% ເປັນເງິນປະມານ 10.165 ຕື້ກີບ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 24.104 ຕື້ກີບ ເທົ່າກັບ 54% ຂອງແຜນການປີ. ສໍາລັບຂັ້ນທ້ອງຖິ່ນ ໂດຍສະເລ່ຍປະຕິບັດໄດ້ 70% ຂຶ້ນໄປ. ໃນນີ້, ແຂວງໄຊສົມບູນ ເກີນແຜນ 136%. ສ່ວນໃຫຍ່ໄດ້ຈາກຂະແໜງພະລັງງານໄຟຟ້າ ແລະ ຂະແໜງແຮ່ທາດ ເປັນຕົ້ນລາຍຮັບພາສີ ແລະ ສ່ວຍສາອາກອນ 21.333 ຕື້ກີບ ເທົ່າກັບ 51,21% ຂອງແຜນການປີ; ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 2.770 ຕື້ກີບ ເທົ່າກັບ 81.15% ຂອງແຜນການປີ; ລາຍຮັບຈາກການຊ່ວຍເຫຼືອ 1.854 ຕື້ກີບ ເທົ່າກັບ 36,82% ຂອງແຜນການປີ. ຄາດຄະເນປະຕິບັດ 6 ເດືອນຕົ້ນປີ 2024 ສູ້ຊົນເກັບລາຍຮັບໃຫ້ໄດ້ 28.005 ຕື້ກີບ ເທົ່າກັບ 112% ຂອງແຜນ 6 ເດືອນ ຕົ້ນປີ ເທົ່າກັບ 56% ຂອງແຜນການປີ.

ທ່ານ ສັນຕິພາບ ພົມວິຫານ ລາຍງານຕື່ມວ່າ: ໃນໄລຍະຕົ້ນປີ 2024 ການເກັບລາຍຮັບມີທ່າອ່ຽງເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ ສາເຫດຕົ້ນຕໍຍ້ອນການຂະຫຍາຍຕົວຂອງເສດຖະກິດພາຍໃນ, ການເປີດປີທ່ອງທ່ຽວລາວ, ສັດສ່ວນການລົງທຶນຂອງຕ່າງປະເທດ ກໍມີທ່ວງທ່າທີ່ເພີ່ມຂຶ້ນ, ຫຼາຍກິດຈະການກໍມີທ່າຂະຫຍາຍຕົວບວກກັບການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນິຕິກຳ ທີ່ເປັນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂທາງດ້ານເສດຖະກິດ-ການເງິນ, ເງິນຕາ, ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ, ການປັບປຸງນິຕິກຳ, ການຍັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ ຈຶ່ງເຮັດໃຫ້ການເກັບລາຍຮັບໄດ້ເພີ່ມຂຶ້ນດັ່ງນີ້: ການເກັບລາຍຮັບຈາກຫຼາຍຂະແໜງກິດຈະການເພີ່ມຂຶ້ນທຽບໃສ່ໄລຍະດຽວກັນເປັນຕົ້ນ ກິດຈະການບັນເທີງ ແລະ ຫວຍ ເພີ່ມຂຶ້ນ 100% ເປັນເງິນ 65 ຕື້ກີບ, ເພີ່ມຂຶ້ນໄຟຟ້າ 105% ເປັນເງິນ 1.031 ຕື້ກີບ, ໂຮງແຮມ-ບ້ານພັກ ເພີ່ມຂຶ້ນ 100% ເປັນເງິນ 162 ຕື້ກີບ, ຂົນສົ່ງເພີ່ມຂຶ້ນ 92% ເປັນເງິນ 103 ຕື້ກີບ, ການຄ້າເພີ່ມຂຶ້ນ 64% ເປັນເງິນ 184 ຕື້ກີບ, ບໍ່ແຮ່ເພີ່ມຂຶ້ນ 64% ເປັນເງິນ 1.640 ຕື້ກີບ, ຜະລິດເຄື່ອງດື່ມເພີ່ມຂຶ້ນ 45% ເປັນເງິນ 927 ຕື້ກີບ, ກໍ່ສ້າງເພີ່ມຂຶ້ນ 44% ເປັນເງິນ 154 ຕື້ກີບ ແລະ ກະສິກໍາເພີ່ມຂຶ້ນ 42% ເປັນເງິນ 67 ຕື້ກີບ; ໄດ້ສຸມໃສ່ຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 28 ສິງຫາ 2023 ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ ໄດ້ 255 ຕື້ກີບ ທຽບໃສ່ໄລຍະດຽວກັນ ທີ່ຍັງບໍ່ທັນໄດ້ກໍານົດ ອັດຕາເກັບພາສີຂາອອກ ເຫັນວ່າເພີ່ມຂຶ້ນ 594% ເປັນເງິນ 212 ຕື້ກີບ ແລະ ການຄຸ້ມຄອງເກັບລາຍຮັບ ຈາກການປັບຂຶ້ນອັດຕາ ຄ່າຊັບພະຍາກອນ ສະບັບເລກທີ 002/ປປທ, ລົງວັນທີ 18 ກັນຍາ 2023 ສາມາດເກັບລາຍຮັບຈາກຄ່າຊັບພະຍາກອນໄດ້ 1,833 ຕື້ກີບ, ເພີ່ມຂຶ້ນ 19% ທຽບໃສ່ໄລຍະດຽວກັນ; ໄດ້ຈັດຕັ້ງປະຕິບັດການເພີ່ມອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າເປັນຕົ້ນ ພາຫະນະ, ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ, ເບຍ, ຢາສູບ, ເຄື່ອງດື່ມສໍາເລັດຮູບ, ຕູ້ເກມຢອດຫຼຽນ ຕາມລັດຖະບັນຍັດ 003/ປປທ, ລົງວັນທີ 9 ຕຸລາ 2023 ເຮັດໃຫ້ລາຍຮັບເພີ່ມຂຶ້ນ ໂດຍສະເພາະຈາກພາຫະນະ ເພີ່ມຂຶ້ນ 31% ເປັນເງິນ 276 ຕື້ກີບ, ຜະລິດຕະພັນເບຍ ແລະ ເຄື່ອງດື່ມ ເພີ່ມຂຶ້ນ 45% ຫຼື 927 ຕື້ກີບ ທຽບໃສ່ໄລຍະດຽວກັນປີຜ່ານມາ; ຄຸ້ມຄອງການເກັບລາຍຮັບໄປສູ່ທັນສະໄໝ ເປັນຕົ້ນການເຊື່ອມຂໍ້ມູນການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ລະຫວ່າງ ກະຊວງການເງິນ ກັບຂະແໜງການທີ່ກ່ຽວຂ້ອງ, ການຕິດຕາມການຊຳລະສະສາງຜ່ານລະບົບທະນາຄານ ກ່ອນການອະນຸຍາດສົ່ງອອກ, ບັນດາບໍລິສັດຂະໜາດໃຫຍ່ໃນຂະແໜງພະລັງງານ-ບໍ່ແຮ່ ທີ່ມີສັນຍາມອບພັນທະເປັນເງິນຕາຕ່າງປະເທດ ມີການສົ່ງອອກເພີ່ມຂຶ້ນ ແລະ ອື່ນໆ.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments