Saturday, July 27, 2024
Homeຂ່າວຕ່າງປະເທດຣັດເຊຍ ປະກາດບັນດາການກຳນົດທິດຮັບປະກັນອະທິປະໄຕດ້ານເສດຖະກິດ

ຣັດເຊຍ ປະກາດບັນດາການກຳນົດທິດຮັບປະກັນອະທິປະໄຕດ້ານເສດຖະກິດ

ວິທະຍກະຈາຍສຽງແຫ່ງຊາດຫວຽດນາມ, ໃນວາລະປະຊຸມຄົບຄະນະເວທີປາໄສເສດຖະກິດສາກົນ St. Petersburg, ເມື່ອບໍ່ດົນມານີ້, ທ່ານ ວາລາດີເມຍ ປູຕິນ (Vladimir Putin), ປະທານາທິບໍດີຣັດເຊຍ ໄດ້ກ່າວເນັ້ນໜັກ ກ່ຽວກັບເສດຖະກິດໂລກ ແລະ ບັນດາເປົ້າໝາຍເສດຖະກິດຍຸດທະສາດຂອງຣັດເຊຍ ໂດຍວາງເປົ້າໝາຍກາຍເປັນ 1 ໃນ 4 ພື້ນຖານເສດຖະກິດ ອັນດັບໜຶ່ງໃນໂລກ ແລະ ເພື່ອເຮັດໄດ້ສິ່ງດັ່ງກ່າວ, ທ່ານ ວາລາດີເມຍ ປູຕິນ ໄດ້ປະກາດບັນດາແຜນການພັດທະນາ ຂອງຣັດເຊຍ, ໃນນັ້ນມີໜ້າທີ່ລອດເຂົ້າ Top 10 ປະເທດ ມີປະລິມານ ວິທະຍາສາດ ແລະ ປະດິດສ້າງ-ອອກແບບ ໃນໄລຍະ 6 ປີຈະມາເຖິງ: ດຳເນີນການ ປະຕິວັດ ພື້ນຖານ ເຕັກນິກ ດີຈີຕອນ, ເພີ່ມສະມັດຕະພາບ ການອອກ ແຮງງານ (ຮອດປີ 2030, ຄາດວ່າ ຈະມີຢ່າງໜ້ອຍສຸດ 40% ວິສາຫະກິດ ຂະໜາດໃຫ່ຍ-ກາງ ເຂົ້າຮ່ວມ ຂົງເຂດ ຍົກສູງ ປະສິດທິຜົນ ການອອກແຮງງານ), ປົວແປງ ຄຸນນະພາບ ຕະຫລາດ ແຮງງານ, ຫັນການລົງທຶນ ຢູ່ທົ່ວ ສະຫະລັດ ເປັນມາດຖານ, ປົວແປງລະບົບພາສີ ອາກອນ, ອັດຕາ ການນຳເຂົ້າຢູ່ ຣັດເຊຍ ຈະຫລຸດລົງ ເຫລືອພຽງ 17%.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments