Saturday, July 27, 2024
Homeຂ່າວຕ່າງປະເທດບັນດາລັດຖະມົນຕີອາຊຽນ ເນັ້ນໜັກການຮ່ວມມືເພື່ອຂຸດຄົ້ນຜົນປະໂຫຍດຂອງ AI

ບັນດາລັດຖະມົນຕີອາຊຽນ ເນັ້ນໜັກການຮ່ວມມືເພື່ອຂຸດຄົ້ນຜົນປະໂຫຍດຂອງ AI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ມິຖຸນາ ຜ່ານມາ, ບັນດາລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ອາຊຽນ, ໄດ້ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງມີມາດຕະການ ແລະ ສົມທົບກັນກະທຳເພື່ອຂຸດຄົ້ນຜົນປະໂຫຍດຂອງປັນຍາປະດິດ (AI).

ຂ່າວລະບຸວ່າ: ຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ອາຊຽນ ຄັ້ງທີ 20 ທີ່ຈັດຂຶ້ນຢູ່ ຊຽມຣຽບ (ກຳປູເຈຍ) ຊີ້ແຈ້ງວ່າ: ກອງປະຊຸມຮັບຮູ້ຄວາມສາມາດບົ່ມຊ້ອນນຳໃຊ້ AI ຫຼາຍພໍສົມຄວນ ຊຶ່ງແມ່ນກຳລັງໜູນຕົ້ນຕໍສຳລັບຄວາມກ້າວໜ້າ ແລະ ການປ່ຽນແປງໃໝ່ຂົງເຂດເຕັກໂນໂລຊີ, ພ້ອມທັງກຳນົດຄວາມຕ້ອງການສົມທົບການກະທຳ ແລະ ຮ່ວມມືເພື່ອຂຸດຄົ້ນຜົນປະໂຫຍດຂອງ AI ຢ່າງສຸດຂີດ, ກໍຄືເປັນເຈົ້າການແກ້ໄຂຜົນກະທົບຕໍ່ສັງຄົມ, ເສດຖະກິດ ແລະ ຄຸນສົມບັດທີ່ກ່ຽວຂ້ອງ. ກອງປະຊຸມເນັ້ນໜັກວ່າ: AI ອາດຈະສົ່ງຜົນສະທ້ອນຫຼາຍພໍສົມຄວນຕໍ່ພື້ນຖານເສດຖະກິດ ອາຊຽນ, ສາມາດຊ່ວຍເພີ່ມຍອດຜະລິດຕະພັນພາຍໃນ (GDP) ຈາກ 10 – 18%, ເທົ່າກັບມູນຄ່າປະມານ 1 ຕື້ໂດລາ ໃນປີ 2030.

ເນື່ອງໃນໂອກາດນີ້, ໃນຂອບເຂດກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງເຕັກນິກດີຈີຕອນ ອາຊຽນ ກ່ຽວກັບການຄຸ້ມຄອງ AI ໄດ້ສ້າງຕັ້ງກຸ່ມປະຕິບັດງານໜຶ່ງຂຶ້ນ, ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການຄຸ້ມຄອງ AI. ນອກນັ້ນ, ກອງປະຊຸມກໍຊົມເຊີຍເລື່ອງແນະນຳຕົວຄະນະກຳມະການ ອາຊຽນ ກ່ຽວກັບບັນດາທິດທາງວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ກ່ຽວກັບ AI ໃນໄລຍະ 2024 – 2025, ເພື່ອເປີດກວ້າງບັນດາຂໍ້ລິເລີມພັດທະນາກຳລັງຄວາມສາມາດພາກພື້ນກ່ຽວກັບ AI.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments