Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫຼອງຫັດຖະກໍາຕໍ່າລາຍນາກ ມໍລະດົກໂລກດ້າຍວັດທະນະທໍາ

ສະຫຼອງຫັດຖະກໍາຕໍ່າລາຍນາກ ມໍລະດົກໂລກດ້າຍວັດທະນະທໍາ

ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ​ ທ່ອງທ່ຽວ (ຖວທ)​ ໄດ້ຈັດພິທີສະເຫຼີມສະຫຼອງ ຫັດຖະກໍາພື້ນເມືອງ ພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເປັນມໍລະດົກວັດໂລກ ທາງດ້ານວັດທະນະທໍາ ທີ່ໄດ້ຮັບການຮັບຮອງໂດຍ ​ອົງການ UNESCO.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ​ 7​ ມິຖຸນານີ້ ທີ່ຫໍວັດທະນະທໍາແຫ່ງຊາດ​ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າ ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີ ກະຊວງ ຖວທ ມີບັນດາອະດີການນຳ ບັນດາທູ ຕານຸທູດ ແຂກຖືກເຊີນພ້ອມດ້ວຍມວນຊົນຊາວນະຄອນ ຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ແມ່ຍິງລາວ ມີວັດທະນະທໍາການນຸ່ງຖື ທີ່ເປັນເອກະລັກສະເພາະ ຂອງຊາດລາວມາແຕ່ສະໄໝບູຮານນະການ ກໍຄື ກການນຸ່ງສິ້ນ ບ່ຽງແພ ທີ່ມີຫຼາກຫຼາຍສີສັນ ແລະ ລວດລາຍ ເຊິ່ງຕິດ ພັນກັນຢ່າງສະໜິດແໜ້ນກັບວິຖີການດໍາລົງຊີວິດຂອງຄົນລາວໃນທຸກພາກ ທຸກເຂດແຂວງໃນທົ່ວປະເທດ ລວມທັງຊາວລາວທີ່ຢູ່ຕ່າງປະເທດເຊັ່ນດຽວກັນ.

ລາຍນາກ ເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າລາວ ເຊິ່ງຖືກປະດິດຄິດສ້າງຂຶ້ນ ດ້ວຍຈິດສໍານຶກ ແອບແຝງການບູ ຊາ ດ້ວຍສິລະປະອັນປານີດ ແລະ ຜູກພັນກັບຊີວິດການເປັນຢູ່ຂອງຊາດລາວຢ່າງແຍກບໍ່ອອກ ຈົນ​ຊ່າງຕໍ່າຫູກເອີ່ຍເຖິງວຽກງານຕໍ່າຫູກຂອງຕົນເມື່ອໃດ ຈະມີຄໍາເວົ້າຕິດສົບສືບຕໍ່ກັນວ່າ: ຕໍ່າຫູກ ຕໍ່ານາກ.

ການທີ່ຖືກຮັບຮອງເປັນມໍລະດົກໂລກທາງດ້ານວັດທະນະ ທໍາຄັ້ງນີ້ ແມ່ນສືບຕໍ່ຈາກ “ສຽງແຄນເຊື້ອຊາດລາວ” ຂອງພວກເຮົາໄດ້ຖືກຮັບຮອງເຂົ້າໃນບັນຊີມໍຣະດົກວັດທະນະ ທໍາທີ່ບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດອັນທໍາອິດ ໃນປີ 2017.

ເຫດການຄັ້ງນີ້ ຖືວ່າເປັນເຫດການປະຫວັດສາດ ອີກອັນໜຶ່ງ ທີ່ປິຕິຍິນດີ ແລະ ເປັນກຽດອັນສູງສົ່ງ ອັນເຕັມໄປ ດ້ວຍ ຄວາມເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດ ຕະຫຼອດຮອດຄົນເຊື້ອຊາດລາວເຮົາ ບໍ່ພຽງແຕ່ຢູ່ພາຍໃນປະເທດ ແຕ່ຢູ່ທົ່ວທຸກມຸມໂລກ ສາມາດຢັ້ງຢືນໄດ້ຢ່າງ ພາກພູມໃຈວ່າ: ຫັດຖະກໍາລາຍນາກ ໄດ້ຖືກຮັບຮອງເຂົ້າເປັນມໍຣະດົກໂລກຢ່າງແທ້ຈິງ ແລະ ຈະຍືນ ຍົງຢູ່ຄຽງຄູ່ກັບມວນມະນຸດທົ່ວໂລກຢ່າງຖາວອນຕະຫຼອດໄປ.​

ສສໍາຄັນໄປກວ່ານັ້ນ ເຫດການດັ່ງກ່າວນີ້ ຍັງເປັນໝາກຜົນແຫ່ງການຈັດຕັ້ງປະຕິບັດແນວທາງນະໂຍບາຍອັນຖືກຕ້ອງສອດຄ່ອງຂອງພັກ-ລັດເຮົາ ວ່າດ້ວຍການຊຸກຍູ້ສົ່ງເສີມ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດໃຫ້ນັບມື້ນັບກວ້າງຂວາງ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ນັບມື້ນັບເຂັ້ມແຂງ ພ້ອມທັງອະນຸລັກຮັກສາວັດທະນະທໍາອັນເປັນເອກະລັກຂອງຊາດໃຫ້ມີຄວາມຍືນຍົງຕະຫຼອດໄປ.

ງານສະຫຼອງຄັ້ງດັ່ງກ່າວໃນ ປະກອບດ້ວຍຂະບວນແຫ່ ແລະ ລາຍການສະແດງ ພ້ອມນັ້ນ ຍັງມີກິດ ຈະກໍາປິ່ນອ້ອມຈໍານວນໜຶ່ງເຊັ່ນ: ກອງປະຊຸມສໍາມະນາວັນນະກໍາກ່ຽວກັບລາຍນາກ ແລະ ວິຖີຊີວິດຊຸມຊົນ ເຊື້ອຊາດລາວທີ່ຈັດຂຶ້ນໃນວັນທີ 6 ມມິຖຸນາຜ່ານມ ມີງານວາງສະແດງຜົນງານສິລະປະຫັດຖະກໍາລາຍນາກ ແລະ ອາຫານພື້ນ ບ້ານຕ່າງໆ ເພື່ອໃຫ້ປະຊາຊົນໄດ້ທ່ຽວຊົມ ຊິມລົດຊາດອາຫານ ນັບແຕ່ວັນທີ 5 ຫາ ວັນທີ 9 ທີ່ ຫໍວັດທະນະທຳແຫ່ງຊາດ ໃຫ້ມີຂະບວນຟົດຟື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments