Saturday, July 27, 2024
Homeຂ່າວກິລາປິດສາກງານກິລານັກຮຽນອາຊຽນ 2024 ຫວຽດນາມ ຄອງເຈົ້າຫຼຽນຄຳ ພ້ອມສົ່ງມອບທຸງໃຫ້ບຣູໄນ ເປັນເຈົ້າພາບຄັ້ງຕໍ່ໄປ ຂະນະທີ່ທັບນັກຮຽນລາວ ບໍ່ບັນລຸເປົ້າໝາຍ

ປິດສາກງານກິລານັກຮຽນອາຊຽນ 2024 ຫວຽດນາມ ຄອງເຈົ້າຫຼຽນຄຳ ພ້ອມສົ່ງມອບທຸງໃຫ້ບຣູໄນ ເປັນເຈົ້າພາບຄັ້ງຕໍ່ໄປ ຂະນະທີ່ທັບນັກຮຽນລາວ ບໍ່ບັນລຸເປົ້າໝາຍ

ການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ຫຼື “13th ASEAN Schools Games” ໄດ້ມີພິທີປິດສາກລົງເມື່ອຕອນບ່າຍວັນທີ 7 ມິຖຸນາ 2024 ທີ່ທຽນຊັນ ສະປອດ ພາເລດ ນະຄອນດານັງ ສສ ຫວຽດນາມ ໂດຍມີ ທ່ານ ນາງ ຫງວຽນ ຖິກິມຈິ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາຂອງແຕ່ລະປະເທດສະມາຊິກອາຊຽນເຂົ້າຮ່ວມ.

ໃນພິທີປິດ ເຈົ້າພາບ ຫວຽດນາມ ໄດ້ຈັດຊຸດສະແດງສົ່ງທ້າຍດ້ວຍຄວາມປະທັບໃຈ ກ່ອນໄດ້ມີການສົ່ງມອບທຸງປະຈຳການແຂ່ງຂັນໃຫ້ເຈົ້າພາບຄັ້ງຕໍ່ໄປຄື ປະເທດບຣູໄນ ທີ່ຈະຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 14 ໃນເດືອນພະຈິກ 2025.

ຕາຕະລາງສະຫຼຸບລາງວັນການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ຫຼື “13th ASEAN Schools Games” ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ລະຫວ່າງວັນທີ 1-8 ມິຖຸນາ 2024 ຜົນປະກົດວ່າ: ເຈົ້າພາບ ຫວຽດນາມ ຄອງເຈົ້າຫຼຽນຄຳ ຍາດໄດ້ 44 ; ອັນດັບ 2 ອິນໂດເນເຊຍ ຍາດໄດ້ 22 ຫຼຽນຄຳ, 22 ຫຼຽນເງິນ ແລະ 20 ຫຼຽນທອງ; ອັນດັບ 3 ໄທ ຍາດໄດ້ 18 ຫຼຽນຄຳ, 17 ຫຼຽນເງິນ ແລະ 22 ຫຼຽນທອງ; ອັນດັບທີ 4 ມາເລເຊຍ ຍາດໄດ້ 13 ຫຼຽນຄຳ, 17 ຫຼຽນເງິນ ແລະ 24 ຫຼຽນທອງ; ອັນດັບ 5 ສິງກະໂປ ຍາດໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ ແລະ 20 ຫຼຽນທອງ; ອັນດັບ 6 ຟິລິບປິນ ຍາດໄດ້ 2 ຫຼຽນຄຳ, 8 ຫຼຽນເງິນ ແລະ 20 ຫຼຽນທອງ; ອັນດັບ 7 ກຳປູເຈຍ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 6 ຫຼຽນທອງ; ອັນດັບ 8 ມຽນມາ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ; ອັນດັບ 9 ສປປ ລາວ ຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບ 10 ບຣູໄນ ຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ.

ສຳລັບການເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊຽນໃນຄັ້ງນີ້ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມແຂ່ງຂັນເກືອບ 100 ຄົນ ໃນ 6 ປະເພດກິລາ ຄື: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ. ພ້ອມຕັ້ງເປົ້າຈະສູ້ຊົນໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ແຕ່ຜ່ານການແຂ່ງຂັນຕົວຈິງ ຜົນປະກົດວ່າທັບນັກກິລາລາວ ບໍ່ສາມາດບັນລຸເປົ້າໝາຍໄດ້ຕາມທີ່ຕັ້ງໄວ້ ຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ ຈົບອັນດັບທີ 9 ຂອງຕາຕະລາງ.

#ຄົນຂ້າງສະໜາມ

#ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ

Photo: ASEAN Schools Games 2024

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments