Saturday, July 27, 2024
Homeຂ່າວພາຍໃນໜສພ ປະຊາຊົນ-ໜສພ ເຍິນເຢິນ ເພີ່ມທະວີການຮ່ວມມື ພ້ອມມອບ-ຮັບ ແລະ ເປີດການນໍາໃຊ້ ເວັບໄຊໃໝ່

ໜສພ ປະຊາຊົນ-ໜສພ ເຍິນເຢິນ ເພີ່ມທະວີການຮ່ວມມື ພ້ອມມອບ-ຮັບ ແລະ ເປີດການນໍາໃຊ້ ເວັບໄຊໃໝ່

ໃນວັນທີ 7 ມິຖຸນານີ້ ທີ່ສຳນັກງານໜັງສືພິມປະຊາຊົນ ສະ ຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ກວັກ ມິງ ກໍາມະການສູນກາງພັກກອມມູນິດຫວຽດນາມ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຍິນ ເຢິນ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມ ມູນິດຫວຽດນາມ ປະທານສະມາຄົມນັກຂ່າວ ຫວຽດນາມ ພ້ອມຄະນະ.

ໃນການພົບປະຄັ້ງນີ້ ສະຫາຍ ວັນໄຊ ຕະວິນຍານ ໄດ້ກ່າວຕ້ອນຮັບການມາຢ້ຽມຢາມ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງຂອງ ໜັງສືພິມ ເຍິນເຢິນ ສສ ຫວຽດນາມ ນໍາໂດຍ ສະຫາຍ ເລ ກວັກ ມິງ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ ເວົ້າລວມ ເວົ້າສະ ເພາະ ການພົວພັນຮ່ວມມື ລະຫວ່າງ ໜັງສືພິມ ປະຊາຊົນ ແລະ ໜັງສືພິມ ເຍິນເຢິນ ສສ ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ໆຂຶ້ນ.

ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບລວມດ້ານການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງໜັງສືພິມໃນໄລຍະຜ່ານມາ ທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າ ທາຍ ສອງຝ່າຍ ຍັງໄດ້ທົບທວນຄືນການພົວພັນຮ່ວມມືກັນໃນໄລຍະຜ່ານມາ, ໂດຍສະເພາະການຮ່ວມມືຊ່ວຍຍົກລະ ດັບດ້ານວິຊາການ ແລະ ການປັບປຸງເວັບໄຊຂອງໜັງສືພິມປະຊາຊົນ ຈົນສຳເລັດ ພ້ອມມອບ-ຮັບ ແລະ ເປີດນໍາໃຊ້ໃນຄັ້ງນີ້ ພ້ອມນີ້ ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລກປ່ຽນຂໍ້ມູນຂ່າວ ຂອງແຕ່ລະປະເທດ ເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະປະເທດ ແລະ ຍັງໄດ້ປຶກສາຫາລືບາງວຽກງານ ບາງກິດຈະກໍາ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍຄວາມສາມັກຄີ ລະຫວ່າງສອງໜັງສືພິມ ໃນໂອກາດນີ້ທ່ານ ວັນໄຊ ຕະວິນຍານ ໄດ້ສະເໜີກ່ຽວກັບການຈັດຊຸດຝຶກອົບຮົມດ້ານຕ່າງໆ ໂດຍສະເພາະການສົ່ງພະນັກງານ-ນັກຂ່າວ ໄປຝຶກອົບຮົມຢູ່ ສສ ຫວຽດ ນາມ.

ໂອກາດດຽວກັນ ສະຫາຍ ເລ ກວັກ ມິງ ກໍໄດ້ແຈ້ງສະພາບ ການຂອງການເຄື່ອນໄຫວວຽກງານຂອງໜັງສືພິມ ເຍິນ ເຢິນ ພ້ອມທັງສະແດງຄວາມຍິນດີ ແລະ ຫວັງວ່າຈະໄດ້ຕ້ອນຮັບຄະນະຈາກໜັງສືພິມປະຊາຊົນ ກໍຄືພະນັກງານ -ນັກຂ່າວ ເພື່ອໄປຝຶກອົບຮົມຢູ່ ສສ ຫວຽດນາມ ເຊິ່ງຈະເຮັດໃຫ້ໄດ້ຮັບຜົນໃນການຍົກສູງຄວາມສາມາດດ້ານຕ່າງໆໄດ້ຢ່າງວ່ອງໄວ.

ສະເພາະການມອບ-ຮັບ ແລະ ເປີດນໍາໃຊ້ ເວັບໄຊ ໃນມື້ນີ້ ຈະໃຫ້ມີປະສິດທິພາບ ແລະ ປະສິດທິຜົນເພີ່ມຂຶ້ນ ສອງຝ່າຍພວກເຮົາຕ້ອງມີການພົວພັນຮ່ວມມື ແລກປ່ຽນກັນຢ່າງເປັນປົກກະຕິ ໂດຍສະເພາະ ພະນັກງານ-ນັກຂ່າວ ຈະຕ້ອງໄດ້ຝຶກອົບຮົມໂດຍກົງ ຜ່ານມາ ໜັງສືພິມ ເຍິນເຢິນ ກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ໜັງສືພິມປະ ຊາຊົນ ດ້ານຕ່າງໆ ຫຼາຍໆຄັ້ງ ເທື່ອນີ້ ເປັນການສະໜັບ ສະໜູນດ້ານລະບົບເວັບໄຊ ຄັ້ງທໍາອິດ ນອກນີ້ ກໍຍັງໃຫ້ຄໍາໝັ້ນສັນຍາວ່າ: ເຫັນດີເປັນເອກະພາບໃນການຮ່ວມມືຊ່ວຍເຫຼືອການປັບປຸງເນື້ອໃນ ແລະ ວັດຖຸອຸປະກອນ ເພາະໜັງສືພິມປະຊາຊົນ ແລະ ໜັງສືພິມເຍິນເຢິນ ມີການພົວ ພັນຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານແລ້ວ.

ຫຼັງພິທີພົບປະ ສະຫາຍ ວັນໄຊ ຕະວິນຍານ ແລະ ສະຫາຍ ເລ ກວັກ ມິງ ກໍໄດ້ພ້ອມກັນລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງໜັງສືພິມ ເພື່ອສືບຕໍ່ຮັດແໜ້ນມູນເຊື້ອການພົວພັນຮ່ວມມືຂອງສອງຝ່າຍ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນວຽກງານໂຄສະນາ ການຮ່ວມມືໃນຂົງ ເຂດສື່ມວນຊົນ ທັງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນ ສອງປະເທດ ລາວ – ຫວຽດນາມ ຂໍ້ຕົກລົງການຮ່ວມມືສະບັບນີ້ ມີຜົນສັກສິດນັບແຕ່ວັນລົງນາມ ແລະ ມີຜົນບັງຄັບໃຊ້ເປັນເວລາ 5 ປີ, ສາມາດຕໍ່ອາຍຸໄດ້ 5 ປີ ຕາມການຕົກລົງເຫັນດີຂອງສອງຝ່າຍ.

ຫຼັງຈາກນັ້ນ ທັງສອງຝ່າຍ ໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ເປີດການນໍາໃຊ້ເວັບໄຊ ປັບປຸງໃໝ່ ຂອງໜັງສືພິມປະຊາ ຊົນ ໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ເລ ກວັກ ມິງ ສະຫາຍ ວັນໄຊ ຕະວິນຍານ ຮ່ວມກົດປຸ່ມເພື່ອເປີດນໍາໃຊ້ເວັບໄຊຢ່າງເປັນທາງການ.

ສະຫາຍ ເລ ກວັກ ມິງ ກ່າວອີກວ່າ: ພິທີມອບ-ຮັບຄັ້ງນີ້, ບໍ່ໄດ້ໝາຍເຖິງການສິ້ນສຸດໂຄງການຊ່ວຍເຫຼືອ ແຕ່ຍັງຈະສືບຕໍ່ກໍ່ສ້າງທາງດ້ານເຕັກນິກ ແລະ ພະນັກງານ-ນັກຂ່າວ ໜັງສືພິມຕໍ່ໄປ.

ສໍາລັບ ເວັບໄຊ ປັບປຸງໃໝ່ ຂອງໜັງສືພິມປະຊາຊົນ ມີຊື່ເວບແມ່ນ pasaxon-org-la ເປັນການນໍາໃຊ້ລະບົບຊັອບແວຣ ທີ່ທັນສະໄໝທີ່ສຸດ ເມື່ອທຽບກັບບັນດາອົງການສື່ມວນຊົນຂອງລາວ ຊຶ່ງມີລັກສະນະຮອງຮັບການເປີດກວ້າງ ແລະ ຂະຫຍາຍຕົວໃນອະນາຄົດ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງການຂອງສື່ມວນຊົນທີ່ທັນສະໄໝ ແລະ ດ້ານຂໍ້ມູນຕ່າງໆ ໂດຍໃຊ້ລະບົບຈັດການເນື້ອຫາສະລະ CMS (Content Management System) ທີ່ຕິດຕັ້ງເວັບໄຊລະບົບເບຕາ (Beta) ເຊິ່ງເປັນ ການຍົກສູງຄຸນນະພາບການຈັດວາງເນື້ອໃນ ຮູບພາບ ໃນຮູບແບບຕ່າງໆຢູ່ໜ້າເວັບໄຊ ໃຫ້ມີສີສັນໂດດເດັ່ນ ເປັນເອກະລັກ ເພື່ອດຶງດູດຜູ້ເຂົ້າຊົມ ເຂົ້າອ່ານ.

ພາຍຫຼັງມອບ-ຮັບ ແລະ ເປີດການນໍາໃຊ້ ໜັງສືພິມປະຊາ ຊົນ ມີສິດຄຸ້ມຄອງ ແລະ ເຄື່ອນໄຫວທັງໝົດ ໃນກໍລະນີທີ່ຈໍາເປັນ ໃນການແກ້ໄຂບັນຫາກ່ຽວກັບເວັບໄຊ ບັນດາຊ່ຽວ ຊານ ໜັງສືພິມເຍິນເຢິນ ຈະດໍາເນີນການສະໜັບສະໜູນແບບທາງໄກ ຫຼື ມາລາວ ເພື່ອຊ່ວຍແກ້ໄຂໂດຍກົງ.

……………………………………………………

ພາບ-ຂ່າວຈາກ ໜສພ ປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments