Saturday, July 27, 2024
Homeຂ່າວກິລາທັບນັກກິລານັກຮຽນລາວ ເດີນທາງກັບຄືນເຖິງບ້ານດ້ວຍຄວາມສະຫວັດດີພາບຫຼັງຄວ້າມາ 1 ຫຼຽນເງິນ 3 ຫຼຽນທອງ

ທັບນັກກິລານັກຮຽນລາວ ເດີນທາງກັບຄືນເຖິງບ້ານດ້ວຍຄວາມສະຫວັດດີພາບຫຼັງຄວ້າມາ 1 ຫຼຽນເງິນ 3 ຫຼຽນທອງ

ທັບນັກກິລານັກຮຽນລາວ 86 ຊີວິດ ໄດ້ເດີນທາງດ້ວຍທາງລົດກັບຄືນສູ່ພູມລຳເນົາດ້ວຍຄວາມສະຫວັດດີພາບທຸກປະການແລ້ວ ໃນຕອນຄໍ່າຂອງມື້ວານນີ້ ຫຼັງຈາກເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ, ສສ ຫວຽດນາມ ໃນລະຫວ່າງວັນທີ 31 ພຶດສະພາ ເຖິງ 8 ມິຖຸນາ 2024 ເຊິ່ງທັບນັກກິລານັກຮຽນລາວ ຍາດມາໄດ້ 1 ຫຼຽນເງິນ ກັບ 3 ຫຼຽນທອງ ຂະນະທີ່ໃຫ້ກຽດອອກຕ້ອນຮັບຄະນະນັກກິລາ ໂດຍທ່ານ ວິລະວັນ ບຸນສຸກໄທ, ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ.

ສຳລັບທັບນັກກິລາລາວ ທີ່ສົ່ງເຂົ້າຮ່ວມຄັ້ງນີ້ ປະກອບມີທັງໝົດ 6 ປະເພດກິລາ ເຊັ່ນ: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ ເຊິ່ງສາມາດຍາດມາໄດ້ທັງໝົດ 4 ຫຼຽນ ຄື 1 ຫຼຽນເງິນ ຈາກກິລາໂວວີນາມ ປະເພດຟ້ອນສະແດງ ບໍ່ມີອາວຸດ ທີມຊາຍ ປະກອບດ້ວຍ: ທີມນັກໂວວີນາມຂອງລາວ ປະເພດການສະແດງ ປະກອບດ້ວຍ: ທ້າວ ສຸລິຍາ ຈັນທະຈັກ, ທ້າວ ສົມພະໄທ ຈຳປາມະນີ, ທ້າວ ຖາປະນາ ເບົ້າຈະເລີນພອນ ແລະ ທ້າວສິດທິກອນ ໄຊຊະນະວົງເພັດ. ສ່ວນ 3 ຫຼຽນທອງ ແມ່ນໄດ້ມາຈາກກິລາໂວວີນາມ ປະເພດຕໍ່ສູ້ປ້ອງກັນຕົວ ຄື ນາງ ຊັນດີອາ ວໍລະບຸດ ຈາກ ໃນຮຸ່ນນໍ້າໜັກ 51-57 ກິໂລກຣາມ ແລະ ອີກ 2 ຫຼຽນທອງ ຈາກກິລາ ປັນຈັກສີລັດ ປະເພດຕໍ່ສູ້ ຄື ທ້າວ ຄອນສະຫວັນ ວົງບາຈັນ ຮຸ່ນນໍ້າໜັກ 54,9 ກິໂລກຣາມ ແລະ ນາງ ອັກສອນ ກໍ່າແກ້ວ ປະເພດຕໍ່ສູ້ໃນຮຸ່ນນໍ້າໜັກ 42,9 ກິໂລກຣາມ.

#ພາບ-ຂ່າວ: ຄົນຂ້າງສະໜາມ

#ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments