Home ຂ່າວໜ້າໜຶ່ງ ໄຂກອງປະຊຸມສະໄໜສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

ໄຂກອງປະຊຸມສະໄໜສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

0
33

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ມິຖຸນາ 2024 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ. ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງຕ່າງໆ ເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ຈະພິຈາລະນາ ແລະຮັບຮອງຫາລາຍບັນຫາສໍາຄັນພື້ນຖານຂອງຊາດ, ໃນນີ້: ວຽກງານຂອງລັດຖະ ບານ ລວມມີ: ບົດລາຍງານໂດຍສັງລວມຂອງທ່ານ ນາຍົກລັດ ຖະມົນຕີ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລ ຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບ ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ບົດລາຍງານຂອງກະຊວງແຜນ ການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິ ບັດແຜນ ພັດທະ ນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍ ຫຍໍ້; ບົດລາຍງານຂອງ ກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້; ບົດລາຍງານຂອງທະນາຄານ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້; ບົດລາຍງານຂອງຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນ ດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການ ຮັບ ຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະ ນາ ແຮ່ທາດ ຮອດປີ 2030; ບົດລາຍງານຂອງລັດຖະບານ ກ່ຽວ ກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022.

ວຽກງານກວດສອບແຫ່ງລັດ ລວມມີ: ບົດລາຍງານຂອງອົງ ການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2022. ນອກຈາກນີ້ ກອງປະຊຸມຈະພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ໃນນີ້ ກົດຫມາຍສ້າງໃໝ່ 2 ສະບັບ ແລະ ກົດໝາຍປັບປຸງ 11 ສະບັບ.

ສ່ວນວຽກງານສະພາແຫ່ງຊາດ ຈະພິຈາລະນາ ແລະ ຮັບຮອງ ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານແຕ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາເທື່ອທີ 7 ແລະ ແຜນການເຄື່ອນ ໄຫວຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ IX; ບົດລາຍງານ ກ່ຽວກັບຄວາມຈຳເປັນ ແລະ ທິດທາງໃນການ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015.

ກອງປະຊຸມຄັ້ງນີ້ ຈະດໍາເນີນໄປຮອດວັນທີ 2 ກໍລະກົດ 2024 ບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກ ຮຽນ, ນັກສຶກສາ, ປັນຍາຊົນ, ກຳ ມະກອນ, ຊາວຜູ້ອອກ ແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ສາມາດຕິດຕາມ ແລະ ປະກອບຄິດຄໍາເຫັນ ແລະ ຄໍາສະເໜີມາຍັງກອງປະຊຸມ ດ້ວຍວິທີລຸ່ມນີ້:

* ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX.

* ອີເມວ: [email protected]

* App: Laona

NO COMMENTS

LEAVE A REPLY

Please enter your comment!
Please enter your name here