Saturday, July 27, 2024
Homeຂ່າວໜ້າໜຶ່ງ6 ເດືອນຕົ້ນປີນີ້ ເສດຖະກິດຂອງລາວ ຂະຫຍາຍຕົວ 4,7%

6 ເດືອນຕົ້ນປີນີ້ ເສດຖະກິດຂອງລາວ ຂະຫຍາຍຕົວ 4,7%

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 10 ມິຖຸນາ 2024 ໂດຍການເປັນ ປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ , ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍ ງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2024.

ທ່ານ ສອນໄຊ ສີພັນດອນ ຍົກໃຫ້ເຫັນ ສະພາບການພາກ ພື້ນ, ສາກົນ ມີການຜັນແປຢ່າງສັບສົນທີ່ສຸດ, ສະເພາະ ຢູ່ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2024 ມີທັງກາລະໂອກາດ ແລະ ສືບຕໍ່ຜະເຊີນກັບຄວາມຫຍຸ້ງຍາກຫລາຍດ້ານເຊັ່ນກັນ. ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ຕິດພັນກັບການສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ເຊິ່ງພາຍຫລັງທີ່ສະພາແຫ່ງ ຊາດ ໄດ້ອອກມະຕິຮັບຮອງເອົາແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບ ປະມານ ແລະ ແຜນເງິນຕາ ປີ 2024 ແລ້ວ, ລັດຖະບານ ກໍໄດ້ຜັນຂະຫຍາຍດ້ວຍການອອກດຳລັດ 381/ນຍ, ລົງວັນທີ 21 ທັນວາ 2023 ເພື່ອກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດ. ພ້ອມນັ້ນ, ກໍໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາ ຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໂດຍໄດ້ແຕ່ງຄະນະສະເພາະກິດ ຮັບຜິດ ຊອບແກ້ໄຂແຕ່ລະວຽກຢ່າງລະອຽດ ແລະ ມີການລົງຕິດຕາມ, ຊີ້ນໍາບັນຊາຢູ່ບັນດາກະຊວງ-ຂະແໜງການ ແລະ ທ້ອງຖິ່ນ, ມີກົນໄກສ່ອງແສງປະຈຳເດືອນເປັນປົກກະຕິ ຈຶ່ງເຮັດໃຫ້ພວກເຮົາສາມາດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ໂອກາດດຽວກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເປັນຕົ້ນ: ວຽກງານຂົງເຂດເສດຖະກິດ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ ໂດຍສະເພາະໄດ້ສຸມໃສ່ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ. ຜ່ານການປະຕິບັດຕົວຈິງ ໄດ້ມີຜົນສຳເລັດ ແລະ ໝາກຜົນຕົວຈິງຈຳນວນໜຶ່ງ ເປັນຕົ້ນ ໃນໄລຍະ 6 ເດືອນຕົ້ນປີ 2024 ເສດຖະກິດຂອງ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ສາມາດບັນລຸໄດ້ ໃນລະດັບ 4,7%, ຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມມະຕິສະພາກໍານົດ (ມະຕິສະພາ ໝົດປີໃຫ້ບັນລຸ 4,5%). GDP ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸ 148.043 ຕື້ກີບ ຫລື ເທົ່າກັບ 50,4% ຂອງແຜນການ (ມະຕິສະພາ 293.786 ຕື້ກີບ).

ສ່ວນການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສືບຕໍ່ກຳນົດ ແລະ ການບັງຄັບໃຊ້ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະ ພາບທາງດ້ານເງິນຕາ, ເຖິງວ່າຢູ່ໃນໃນສະພາບທີ່ມີຄວາມຫຍຸ້ງຍາກ ແລະ ອ່ອນໄຫວໄດ້ງ່າຍ ແຕ່ກໍຍັງສາມາດປະຄັບປະຄອງໄວ້ໄດ້ ໂດຍສະເພາະ ໄດ້ເພີ່ມທະວີການຄວບຄຸມເງິນເຟີ້ ໂດຍຈັດຕັ້ງປະຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະບົບທະ ນາຄານ ແລະ ປັບປຸງນິຕິກຳກ່ຽວຂ້ອງ, ພ້ອມທັງ ຊຸກຍູ້ການພັດທະນາເສດຖະກິດ ດ້ວຍການກະຈາຍສິນເຊື່ອ ໃຫ້ແກ່ພາກ ສ່ວນເສດຖະກິດ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ: ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%, ສະເພາະເດືອນພຶດສະພາ 2024 ຢູ່ໃນລະດັບ 25,8% ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ: ໃຫ້ຢູ່ໃນລະດັບບໍ່ເກີນ 9% ຫລື 1 ຕົວເລກ ໃນທ້າຍປີ 2024).

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ກ່ຽວກັບການຄຸ້ມຄອງໂຄງການບໍ່ແຮ່ວ່າ: ລັດຖະບານ ໄດ້ໂຈະການພິຈາລະນາອະນຸມັດໂຄງການໃໝ່ ສໍາລັບແຮ່ທາດຈຳນວນໜຶ່ງ ແຕ່ຕົ້ນປີ 2023 ເປັນຕົ້ນ ແລະ ດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທີ່ໄດ້ອະນຸມັດຜ່ານມາໃຫ້ລະອຽດກ່ອນ, ແຕ່ຕາມທິດທີ່ລັດຖະບານ ໄດ້ເອກະພາບກັນແມ່ນໂຄງການໃດ ທີ່ຈັດໃນປະເພດ C* ແລະ ປະເພດ C ຫລືປະເພດອ່ອນແລະອ່ອນຫຼາຍ ແມ່ນຈະຍົກເລີກ ແລະຖອນໂຄງການຄືນ .

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments