Saturday, July 27, 2024
Homeຂ່າວດ່ວນ5 ເດືອນຕົ້ນປີນີ້ ລັດຖະບານ ແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ 1.680 ເລື່ອງ

5 ເດືອນຕົ້ນປີນີ້ ລັດຖະບານ ແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ 1.680 ເລື່ອງ

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວ່າ: ໄລຍະຜ່ານມາ ລັດຖະບານໄດ້ສືບຕໍ່ອົາໃຈໃສ່ຈັດຕັັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍແລະ ພັດທະນາບັນດາຈຸດສຸມ ແລະ ກຸ່ມບ້ານແນວຫຼັງຍຸດທະສາດ, ແກ້ໄຂການເຄື່ອນຍ້າຍຕັັ້ງພູມລໍາເນົາ ແລະ ເຮັດການຜະລິດ, ບຸກລຸກປ່າໄມູ້ ແບບຊະຊາຍຂອງພົນລະເມືອງ ແລະ ການ ເຂົ້າ-ອອກ ເມືອງແບບຜິດກົດໝາຍ ແລະ ລະບຽບການ, ການຄ້າຂາຍເຖື່ອນ, ການລັກລອບ ຊັບພະຍາກອນທໍາມະຊາດຕາມບໍລິເວນຊາຍແດນ.

ພ້ອມນັັ້ນ ໄດ້ເອົາໃຈໃສ່ຕ້ານ, ສະກັດກັັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ຂອງສັງຄົມຢ່າງຕັັ້ງໜ້າໂດຍຖືເອົາການຈັດຕັັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເປັນໃຈກາງ ຊຶ່ງສາມາດແກ້ໄຂຄະດີຢາເສບຕິດໄດ້ຈໍານວນຫຼາຍສົມຄວນ. ພ້ອມກັນນັັ້ນ, ໄດ້ສຸມໃສ່ແກ້ໄຂການກໍ່ອາຊະຍາກໍາທາງໄຊເບີ, ການທັບຖົມໂຈມຕີ. ໃສ່ຮ້າຍປ້າຍສີພັກ ລັດ ແລະ ການນໍາຂັັ້ນສູງຜ່ານສື່ສັງຄົມອອນລາຍ ດ້ວຍມາດຕະການຕ່າງໆ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ສໍາລັບການປະຕິບັດວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ: ໃນໄລຍະ 5 ເດືອນຕົ້ນປີ 2024 ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 1.680 ເລື່ອງ, ຈັບຜູ້ຖຶກຫາໄດ້ທັງໝົດ 2.616 ຄົນ, ຍິງ 555 ຄົນ. ໃນນີ້ ເປັນຄົນຕ່າງປະເທດ 96 ຄົນ, ຍິງ 8 ຄົນ; ຢຶດຂອງກາງຢາເສບຕິດປະເພດຢາບ້າ, ຢາໄອສ໌, ເຮໂຣອິນ, ກັນຊາ, ຢາຝິ່ນ, ຢາອີ, ເຄຕາມິນ, ໂຄເຄນ, ຄາເຟອິນ ເປັນຈຳນວນຫລາຍພໍສົມຄວນ. ນອກຈາກນີ້, ຍັງສາມາດຢຶດລົດໃຫ່ຍ, ລົດຈັກ, ອາວຸດ, ລູກກະສູນ, ລະເບີດ ແລະ ທາດແຕກເປັນຈຳນວນຫລາຍເຊັ່ນກັນ.

#ຂ່າວອອນລາຍ#ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments