Saturday, July 27, 2024
Homeຂ່າວໜ້າໜຶ່ງລາຍນາກຕິດພັນກັບຊີວິດຂອງຊຸມຊົນເຊື້ອຊາດລາວ

ລາຍນາກຕິດພັນກັບຊີວິດຂອງຊຸມຊົນເຊື້ອຊາດລາວ

ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທໍາ ຂອງສະຫະປະຊາຊົນ ຫລື ອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາລາຍນາກ ພູມປັນຍາ ຂອງຊາວຊ່າງຫັດຖະກໍາລາວ ທີ່ຕິດພັນກັບຄວາມເຊື່ອ ຕິດພັນກັບຊີວິດຂອງຊຸມຊົນເຊື້ອຊາດລາວ ເປັນມໍລະດົກໂລກທາງວັດທະນະທໍາ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະ ນຸດ, ລາຍນາກ ເຊິ່ງເປັນຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວ ເພາະລາຍນາກ ເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວ ທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສໍານຶກ ແລະ ສິລະປະອັນປານີດຂອງຄົນລາວ.

ທ່ານ ນາງ ມະນີວອນ ທຸມມະບຸດ ຊ່ຽວຊານມໍລະດົກວັດທະນະທຳ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດໃນວັນທີ 6 ມິຖຸນາ 2024 ນີ້ວ່າ: ສປປ ລາວ ນຳເອົາລາຍນາກ ສະເໜີເປັນມໍລະດົກໂລກ ກໍຍ້ອນລາຍນາກຕິດພັນກັບຊີວິດຂອງຊຸມຊົນເຊື້ອຊາດລາວ, ມີຢູ່ໃນປະຫວັດສາດ ແລະ ມີຢູ່ໃນໜັງສືໃບລານ, ພ້ອມທັງມີຮ່ອງຮອຍທີ່ຕິດພັນກັບບັນພະບູລຸດຂອງພວກເຮົາ ແລະ ມີການບອກເລົ່າໃນປະຫວັດສາດ ແລະ ທີ່ມາຂອງຊຸມຊົນເຊື້ອຊາດລາວ ແມ່ນຕິດພັນກັບນາກ ເພາະຊຸມຊົນເຊື້ອຊາດລາວ ໃຫ້ຄວາມເຊື່ອ, ຄວາມສັດທາ, ຄວາມເຄົາ ລົບ ບົນພື້ນຖານດ້ວຍປັນຍາ. ພ້ອມນີ້, ກໍເພື່ອເປັນການອະນຸຮັກລວດລາຍລາວ ໃຫ້ອອກສູ່ສາກົນ. ລາຍນາກທີ່ນຳເຂົ້າເປັນມໍລະດົກໂລກທາງວັດທະນະທຳ ທີ່ບໍ່ເປັນວັດຖຸ ທີ່ທາງອົງການ ອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາ ຕາມການສະເໜີຈາກກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນປີ 2018 ແມ່ນໄດ້ສະເໜີພຽງ 28 ລາຍນາກ ເປັນຕົວແບບ, ແຕ່ຄວາມຈິງລາຍນາກລາວຍັງມີຫລາຍລວມປະມານ 100 ກວ່າລາຍ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ແຕ່ສິ່ງທີ່ເປັນການຢັ້ງຢືນໃຫ້ເຫັນຢ່າງປະຈັກຕາຄື ການຕໍ່າຫູກ ແມ່ນມູນເຊື້ອທີ່ຕິດພັນກັບເອື້ອຍນ້ອງແມ່ຍິງລາວມາແຕ່ດົນນານ, ມີການສືບທອດຈາກຮຸ່ນສູ່ຮຸ່ນ ເຊິ່ງການຕໍ່າກໍມີລວດລາຍທີ່ແຕກຕ່າງກັນອອກໄປແລ້ວ ແຕ່ຄວາມນິຍົມຊົມຊອບ ແລະ ການເຊື່ອຖືເພາະການຄິດຄົ້ນລວດລາຍໄວ້ໃນຜືນຜ້າ ເປັນການສະແດງເອກະລັກ ເພື່ອສື່ຄວາມໝາຍ ຜ່ານລວດລາຍຕ່າງໆ.

ທ່ານ ນາງ ມະນີວອນ ທຸມມະບຸດ ຍັງໃຫ້ຮູ້ອີກວ່າ: ກ່ອນຈະໄດ້ມາເຊິ່ງລາງວັນແຫ່ງຄວາມພາກພູມໃຈນີ້ກໍບໍ່ແມ່ນເລື່ອງງ່າຍ ເນື່ອງຈາກປະເທດອ້ອມຂ້າງທີ່ກໍສິລະປະວັດທະນະທໍາຄ້າຍຄືກັນ. ສະນັ້ນ, ເພື່ອເຮັດໃຫ້ວັດທະນະທໍາອັນງົດງາມ ທີ່ຖືກຄົ້ນຄິດລວດລາຍ ໂດຍເອື້ອຍນ້ອງແມ່ຍິງລາວ ໃຫ້ຢູ່ຄຽງຄູ່ປະຊາຊົນຄົນລາວເຮົານັ້ນ, ໄວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນ ຕ້ອງພ້ອມກັນປົກປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າ ໃຫ້ຢູ່ຄູ່ກັບຄົນລາວ ເຊື້ອຊາດລາວ ຕະຫລອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments